ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ບຣູໄນ
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ພໍ່ແມ່ພີ່ນ້ອງຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດຊາດໃນປີ 2022; ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຄວາມສາມັກຄີຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ບຣູໄນ ແລະ ຫວັງວ່າ ພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈດັ່ງກ່າວໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ໃນນັ້ນມີພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ບຣູໄນ ເປັນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີຂອງທົ່ວປວງຊົນທັງຊາດໄດ້ ແລະ ເປັນໜຶ່ງໃນບັນດາກຳລັງໜູນພັດທະນາຂອງປະເທດຊາດ.