• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວັ​ນ​ຟຸກ: ​ຈິດ​ໃຈ​ຮັກ​ຊາດ​ຊ່ວຍ​ຫວຽດ​ນາມຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

ຕາມທ່ານນາຍົກລັດຖະມົນຕີແລ້ວ, ສິ່ງທີ່ສຳຄັນທີ່ສຸດ ຕ້ອງສະຫຼຸບແມ່ນຈິດໃຈຮັກຊາດ, ຈິດໃຈຊາດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ໃນສະພາບການດິນຟ້າອາກາດທີ່ຮ້າຍແຮງ, ໂລກລະບາດ Covid – 19 ພວມມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ໂລກຖືກປັ່ນປ່ວນ, ກໍ່ຜົນສະທ້ອນຢ່າງຍິງຕໍ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍຊົມເຊີຍສູນກາງ, ໄດ້ເປັນປະທານກອງປະຊຸມສະພາ, ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ສະພາບການ 6 ເດືອນຕົ້ນປີ 2020 ແມ່ນພິເສດທີ່ສຸດ, ຕ້ອງຕີລາຄາຢ່າງຮອບດ້ານເພື່ອສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລະບົບການເມືອງໃນຂະບວນການແຂ່ງຂັນຮັກຊາດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ສິ່ງທີ່ສຳຄັນທີ່ສຸດ ຕ້ອງສະຫຼຸບແມ່ນຈິດໃຈຮັກຊາດ, ຈິດໃຈຊາດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ໃນສະພາບການດິນຟ້າອາກາດທີ່ຮ້າຍແຮງ, ໂລກລະບາດ Covid – 19 ພວມມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ໂລກຖືກປັ່ນປ່ວນ, ກໍ່ຜົນສະທ້ອນຢ່າງຍິງຕໍ່ຫວຽດນາມ…ທ່ານກ່າວວ່າ:

        ໃນຂະບວນການແຂ່ງຂັນ, ປຸກລະດົມທົ່ວປວງຊົນບໍ່ໄດ້ປະໝາດ ໂລກລະບາດເພື່ອໃຫ້ມັນແຜ່ລະບາດຄືນໃໝ່, ນີ້ແມ່ນຄວາມຮັບຜິດຊອບອັນຍິ່ງໃຫຍ່ຂອງລະບົບການເມືອງ, ຂອງຂະແໜງການທຸກຂັ້ນ. ທີ 2 ແມ່ນມານະພະຍາຍາມບໍ່ປະໃຫ້ພື້ນຖານເສດຖະກິດຖືກຊຸດໂຊມ, ແກ້ໄຂບັນຫາວຽກເຮັດງານທຳ, ຮັບປະກັນການເຕີບໂຕທີ່ຈຳເປັນເພື່ອພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top