• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ກຽກ​ກີ​ສະ​ຖານ Adylbek Kasimalyev ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກຽກກີສະຖານ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ. ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ ກຽກກີສະຖານ, ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກໃນທຸກຂົງເຂດ.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbek Kasimalyev

ຕອນຄ່ຳວັນທີ 05 ມີນາ, ທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbek Kasimalyev ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 ມີນາ ຫາວັນທີ 07 ມີນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ອອກໄປຕ້ອນຮັບຄະນະທີ່ສະໜາມບິນສາກົນໂນ້ຍບ່າຍ ຕ້ອນຮັບຄະນະ ມີທ່ານ: ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານນາງ ຟ້າມຖ໊າຍຍືມາຍເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ແລະ ກຽກກີສະຖານ.

        ໃນຕອນເຊົ້າວັນທີ 06 ມີນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbel Kasimalyev. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານພ້ອມກັນຢ້ຽມຊົມລາຍການວາງສະແດງພາບຖ່າຍກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພົວພັນອັນດີງາມລະຫວ່າງ ຫວຽດນາມ - ກຽກກີສະຖານ.  ຫຼັງຈາກນັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະສອງຝ່າຍ.

        ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກຽກກີສະຖານ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ. ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ ກຽກກີສະຖານ, ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກໃນທຸກຂົງເຂດ.

(ແຫຼ່ງຄັດຈາກ VOV)

ເປັນຄັ້ງທຳອິດລາຄານ້ຳມັນຂຶ້ນເກີນ 100 USD/ຖັງ ນັບແຕ່ປີ 2022

ເປັນຄັ້ງທຳອິດລາຄານ້ຳມັນຂຶ້ນເກີນ 100 USD/ຖັງ ນັບແຕ່ປີ 2022

ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 USD/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022.

Top