ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກຽກກີສະຖານ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ. ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ ກຽກກີສະຖານ, ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກໃນທຸກຂົງເຂດ.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbek Kasimalyev
ຕອນຄ່ຳວັນທີ 05 ມີນາ, ທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbek Kasimalyev ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 ມີນາ ຫາວັນທີ 07 ມີນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ອອກໄປຕ້ອນຮັບຄະນະທີ່ສະໜາມບິນສາກົນໂນ້ຍບ່າຍ ຕ້ອນຮັບຄະນະ ມີທ່ານ: ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານນາງ ຟ້າມຖ໊າຍຍືມາຍເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ແລະ ກຽກກີສະຖານ.
ໃນຕອນເຊົ້າວັນທີ 06 ມີນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbel Kasimalyev. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານພ້ອມກັນຢ້ຽມຊົມລາຍການວາງສະແດງພາບຖ່າຍກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພົວພັນອັນດີງາມລະຫວ່າງ ຫວຽດນາມ - ກຽກກີສະຖານ. ຫຼັງຈາກນັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະສອງຝ່າຍ.