• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.

ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.

    

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)

ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ, ການນຳເຂົ້າເຄື່ອນໄຫວໂຮງງານ ແລະ ຄຳໝັ້ນສັນຍາເປີດກວ້າງການລົງທຶນຂອງກຸ່ມບໍລິສັດ Hayat Kimya ຢູ່ຫວຽດນາມ ຍິ່ງສະແດງໃຫ້ເຫັນຄວາມດຶງດູດການລົງທຶນສາກົນຂອງຫວຽດນາມ ເວົ້າລວມ ແລະ ບິ່ງເຟືອກ ເວົ້າສະເພາະໃນສະພາບການໂຄວິດ. -19 ໄດ້ ແລະ ພວມລະບາດ ເຊິ່ງໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ລະບົບການຜະລິດ, ການສະໜອງໃນທົ່ວໂລກ.

ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນ ທີ່ໄດ້ເລືອກເຟັ້ນມາລົງທຶນຢູ່ແຂວງ ບິ່ງເຟືອກ ເວົ້າລວມ ແລະ ຫວຽດນາມ ເວົ້າລວມ; ຮຽກຮ້ອງໃຫ້ບັນດານັກລົງທຶນສືບຕໍ່ປະກອບສ່ວນກໍ່ສ້າງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ; ປະກອບສ່ວນ ຮັກສາ, ສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ແລະກໍ່ໃນຕອນເຊົ້າວັນທີ 20/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງສຳຫຼວດຕົວຈິງ, ການກໍ່ສ້າງເສັ້ນທາງຄົມມະນາຄົມຈຳນວນໜຶ່ງຢູ່ແຂວງ ບິ່ງເຟືອກ ແລະ ຢ້ຽມຢາມເຂດປະສົມໂຮງງານປຸງແຕ່ງໄກ່ສົ່ງອອກ CPV FOOD.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top