• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະບານ ດ້ວຍ​ຫົວ​ເລ​ື່ອງ ສ້າງ​ກົດ​ໝາຍ​ເດືອນ​ກັນ​ຍາ

ຕອນເຊົ້າວັນທີ 8 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານດ້ວຍຫົວເລື່ອງສ້າງກົດໝາຍເດືອນກັນຍາ 2025 ເພື່ອພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງມະຕິເລກທີ 66 ຂອງກົມການເມືອງໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃນປີນີ້ປະຕິບັດສຳເລັດການແກ້ໄຂບັນດາຂໍ້ຕິດຂັດ, ຈຸດອຸດຕັນ ຍ້ອນການກຳນົດຂອງກົດໝາຍ, ລະບອບລະບຽບການຮັບໃຊ້ການພັດທະນາປະເທດຊາດ, ລະອຽດແມ່ນການບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ໃນລະດັບ 8,3 – 8,5% ໃນປີ້ນີ້ ແລະ ຢູ່ລະດັບສອງຕົວເລກໃນຊຸມປີຕໍ່ໄປ ເພື່ອບັນລຸໄດ້ສອງເປົ້າໝາຍຍຸດທະສາດ 100ປີ. ດັ່ງນັ້ນ, ຕ້ອງສຸມໃສ່ການຊີ້ນຳ, ນຳພາ ການລົງທຶນພື້ນຖານວັດຖຸ ແລະ ເງື່ອນໄຂທີ່ຈຳເປັນອື່ນໆເພື່ອບັນລຸໄດ້ເປົ້າໝາຍນີ້. ຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານສຸມເຫື່ອແຮງ, ພູມປັນຍາ, ເວລາ, ລະດົມແຫຼ່ງກຳລັງໃຫ້ແກ່ວຽກງານກໍ່ສ້າງກົດໝາຍ; ສືບຕໍ່ຈິດໃຈປ່ຽນແປງໃໝ່, ຍື່ນສະເໜີບົດລາຍງານ, ກ່າວປະກອບຄຳເຫັນຢ່າງກະທັດຮັດ, ຈະແຈ້ງ, ເຂົ້າບັນຫາໂດຍກົງ, ສຸມໃສ່ເຂົ້າການແລກປ່ຽນກ່ຽວກັບບັນດາບັນຫາສຳຄັນ, ບັນຫາໃຫຍ່, ຍັງມີຄຳເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ຝົນແດງ ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.

Top