• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ເດຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຂໍ້ມູນຂ່າວສານ - ໂທລະຄົມມະນາຄົມ, ເຕັກໂນໂລຢີດີຈີຕອນ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຕ້ອງໄດ້ຮັບການເອົາໃຈໃສ່ຊຸກຍູ້ກ່ວາອີກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ການຕ້ອນຮັບ ທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ (ພາບ: VGP)

ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເນື່ອງໃນໂອກາດທ່ານມາເຂົ້າຮ່ວມງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີສອງປະເທດສືບຕໍ່ສົມທົບກັນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃຫ້ພັດທະນາຢ່າງແຮງກ່ວາອີກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຂໍ້ມູນຂ່າວສານ - ໂທລະຄົມມະນາຄົມ, ເຕັກໂນໂລຢີດີຈີຕອນ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຕ້ອງໄດ້ຮັບການເອົາໃຈໃສ່ຊຸກຍູ້ກ່ວາອີກ.

ສ່ວນທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງແມ່ນການນຳທີ່ມີຄວາມຮູ້ວິຊາການເລິກເຊິ່ງ ໂດຍປະຊາຊົນສາກົນໃນນັ້ນມີປະຊາຊົນ ອິນເດຍ ໄດ້ເຄົາລົບນັບຖື, ພ້ອມທັງສະແດງຄວາມເຄົາລົບຕໍ່ການປະກອບສ່ວນສຳຄັນຂອງທ່ານເລຂາທິການໃຫຍ່ຕໍ່ການເພີ່ມທະວີການພົວພັນຫວຽດນາມ ແລະ ອິນເດຍ ໃນຫຼາຍຕຳແໜ່ງທີ່ແຕກຕ່າງກັນ. ທ່ານ Ajit Doval ຢັ້ງຢືນວ່າ ລັດຖະບານອິນເດຍ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ແລະ ປາດຖະໜາຢາກນຳການພົວພັນສອງປະເທດສືບຕໍ່ເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນຂົງເຂດທີ່ມີແຕ່ດົນນານຄື ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ ກໍ່ຄືເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top