• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ ລະ​ຫວ່າງ ລັດ​​ຖະ​ບານ ແລະ ທ້ອງ​ຖິ່ນ

ຢູ່ກອງປະຊຸມ, ການນຳບັນດາຄະນະ, ກະຊວງ, ຂະແໜງການ, ສູນກາງ ແລະ ທ້ອງຖິ່ນໄດ້ຮັບຟັງ, ປຶກສາຫາລື ບັນດາເນື້ອໃນຄື ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສະພາບການແຈກຢາຍ ...
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກ ລະຫວ່າງລັດຖະບານ ແລະ ທ້ອງຖິ່ນ ແລະ ກອງປະຊຸມ ປະຈຳເດືອນມິຖຸນາ ປີ 2023 ຂອງລັດຖະບານ. ກອງປະຊຸມເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ 2023, ວາງອອກບັນດາໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ.

ຢູ່ກອງປະຊຸມ, ການນຳບັນດາຄະນະ, ກະຊວງ, ຂະແໜງການ, ສູນກາງ ແລະ ທ້ອງຖິ່ນໄດ້ຮັບຟັງ, ປຶກສາຫາລື ບັນດາເນື້ອໃນຄື: ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສະພາບການແຈກຢາຍ, ປ່ອຍເງິນລົງທຶນພາກລັດ, ສະພາບການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ພັດທະນາເສດຖະກິດ ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ… ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

"ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ…ໄດ້ມານະພະຍາຍາມຊີ້ນຳ, ບໍລິຫານ, ຄຸ້ມຄອງ ບັນດາໜ້າທີ່ໄດ້ຮັບການມອບໝາຍຢ່າງຂ້ຽວຂາດ, ທັນການ ແລະ ມີປະສິດທິຜົນກ່ວາໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກໃນໄລຍະຜ່ານມາ. ໃນນັ້ນ, ລັດຖະບານໄດ້ສຸມໃສ່ ບັນດາໜ້າທີ່ຈຸດສຸມຮີບດ່ວນໃນປັດຈຸບັນ ແມ່ນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ສ້າງວຽກເຮັດງານທຳ, ການທຳມາຫາກິນໃຫ້ແກ່ປະຊາຊົນ, ຊຸກຍູ້ການເຕີບໂຕ, ຮັບປະກັນຄວາມສົມດຸນໃຫຍ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັກສາການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຊຸກຍູ້ການເຊື່ອມຕໍ່ເຂົ້າກັບສາກົນ, ສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້."

ກ່ຽວກັບໜ້າທີ່ຄວາມຮັບຜິດຊອບ ແລະ ມາດຕະການຈຸດສຸມໃນເດືອນ ມິຖຸນາ, ໄຕມາດທີ 3 ແລະ 6 ເດືອນທ້າຍປີ 2023 ແລະ ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຈະໃຫ້ບຸລິມະສຸດສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ພິເສດແມ່ນຕ້ອງໃຫ້ບຸລິມະສິດແກ່ການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນການເຕີບໂຕໃຫ້ຢູ່ໃນລະດັບປະມານ 6,5% ແລະ ໄພເງິນເຟີ້ປະມານ 4,5% ແລະ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ສືບຕໍ່ເປັນເຈົ້າການປະຕິບັດນະໂຍບາຍເງິນຕາຢ່າງມີໄຫວພິບ. ຍູ້ແຮງການປ່ອຍເງິນລົງທຶນສາທາລະນະໃຫ້ດີກວ່າອີກ; ພ້ອມທັງສ້າງເງື່ອນໄຂສະດວກເພື່ອດຶງດູດນັກລົງທຶນເອກະຊົນ, ການລົງທຶນຈາກຕ່າງປະເທດ, ພິເສດແມ່ນບັນດາໂຄງການລົງທຶນຕາມຮູບແບບ PPP; ສຸມໃສ່ລົບລ້າງສິ່ງກີດຂວາງ, ແກ້ໄຂທຸກຂໍ້ຕິດຄັດນັບທັງພາຍໃນ ແລະ ພາຍນອກ. ກ່ຽວກັບການສົ່ງອອກ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການສົ່ງເສີມການຄ້າ, ຮັກສາຄວາມໝັ້ນຄົງ, ປັບປຸງຕະຫຼາດທີ່ເປັນມູນເຊື້ອໃນປັດຈຸບັນ ແລະ ເປີດກວ້າງບັນດາຕະຫຼາດໃໝ່, ມີມາດຕະການຍົກສູງຄຸນນະພາບຜະລິດຕະພັນສົ່ງອອກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top