• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ສືບ​ຕໍ່​ສະ​ຫງວນ​ທີ່​ດິນ ແລະ ບຸ​ລິມ​ສິດ​ບ້ວງ​ສິນ​ເຊື່ອ​​ໃຫ້​ເຮືອນ​ຢູ່​ສັງ​ຄົມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງນະຄອນເຫ້ວສືບຕໍ່ສະຫງວນທີ່ດິນ, ມີບັນດານະໂຍບາຍໃຫ້ບຸລິມະສິດກ່ຽວກັບການເງິນ, ຜັນຂະຫຍາຍບັນດາບ້ວງເງິນສິນເຊື່ອໃຫ້ແກ່ທັງນັກລົງທຶນ ແລະ ຜູ້ຊື້, ຜູ້ເຊົ່າເຮືອນຢູ່ສັງຄົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຢ້ຽມຢາມ ບັນດາຄອບຄົວ ພວມຢູ່ໃນເຮືອນຢູ່ສັງຄົມ West Sky (ພາບ: VGP)

ໃນໂຄງການປະຕິບັດງານຢູ່ພາກກາງ, ຕອນເຊົ້າວັນທີ 26 ກໍລະກົດ,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາຢູ່ເຂດເຮືອນຢູ່ສັງຄົມ West Sky ຢູ່ເຂດຕົວເມືອງ Ecogarden, ນະຄອນເຫ້ວ. ທ່ານໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວ ພວມຢູ່ໃນເຮືອນຢູ່ສັງຄົມ West Sky, ທ່ານອອຍພອນໃຫ້ບັນດາຄອບຄົວມີເຮືອນໃໝ່, ໂຫຍ່ໂຕ, ສວຍງາມ ແລະ ທັນສະໄໝ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງນະຄອນເຫ້ວສືບຕໍ່ສະຫງວນທີ່ດິນ, ມີບັນດານະໂຍບາຍໃຫ້ບຸລິມະສິດກ່ຽວກັບການເງິນ, ຜັນຂະຫຍາຍບັນດາບ້ວງເງິນສິນເຊື່ອໃຫ້ແກ່ທັງນັກລົງທຶນ ແລະ ຜູ້ຊື້, ຜູ້ເຊົ່າເຮືອນຢູ່ສັງຄົມ, ໃນນັ້ນມີບ້ວງສິນເຊື່ອໃຫ້ແກ່ຜູ້ມີອາຍຸຕ່ຳກ່ວາ 35 ປີຊື້ເຮືອນຢູ່ສັງຄົມ. ແລະກໍ່ໃນຕອນເຊົ້າວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຂົວ ຫງວຽນຮ່ວາງ ຂ້າມແມ່ນ້ຳເຮືອງ, ນະຄອນເຫ້ວ ທີ່ເປີດນຳໃຊ້ເມື່ອເດືອນມີນາ ປີ 2025, ກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍເຫ້ວ. ນີ້ແມ່ນຂົວທີ 5 ຂ້າມແມ່ນ້ຳເຮືອງ.

(ແຫຼ່ງຄັດຈາກ VOV)

30 ປີ ຫວຽດ​ນາມ ເຂົ້າ​ຮ່ວມ ອາ​ຊຽນ: ໄລ​ຍະ​ທາງ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ

30 ປີ ຫວຽດ​ນາມ ເຂົ້າ​ຮ່ວມ ອາ​ຊຽນ: ໄລ​ຍະ​ທາງ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ

ວັນທີ 28 ກໍລະກົດ, ແມ່ນຂີດໝາຍທີ່ສະເຫຼີມສະຫຼອງ 30 ປີ ແຫ່ງວັນຫວຽດນາມ ເຂົ້າຮ່ວມ ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ວັນທີ 28 ກໍລະກົດ 1995 – 28 ກໍລະກົດ 2025). ພາຍຫຼັງ 3 ທົດສະວັດເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບ, ມີການປະກອບສ່ວນເຂົ້າໃນວຽກງານຫັນພາລະກຳປະຫວັດສາດຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ ກໍຄື ແຜ່ກະຈາຍບັນດາເລື່ອງລາວທີ່ສຳເລັດຜົນຂອງ ອາຊຽນ.

Top