• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

30 ປີ ຫວຽດ​ນາມ ເຂົ້າ​ຮ່ວມ ອາ​ຊຽນ: ໄລ​ຍະ​ທາງ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ

ວັນທີ 28 ກໍລະກົດ, ແມ່ນຂີດໝາຍທີ່ສະເຫຼີມສະຫຼອງ 30 ປີ ແຫ່ງວັນຫວຽດນາມ ເຂົ້າຮ່ວມ ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (ວັນທີ 28 ກໍລະກົດ 1995 – 28 ກໍລະກົດ 2025). ພາຍຫຼັງ 3 ທົດສະວັດເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບ, ມີການປະກອບສ່ວນເຂົ້າໃນວຽກງານຫັນພາລະກຳປະຫວັດສາດຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ ກໍຄື ແຜ່ກະຈາຍບັນດາເລື່ອງລາວທີ່ສຳເລັດຜົນຂອງ ອາຊຽນ.

ວັນທີ 28 ກໍລະກົດ 1995, ຢູ່ນະຄອນຫຼວງ Bandar Seri Begawan ຂອງ ລາຊະອານາຈັກ ບຣູໄນ, ໃນສຽງເພງຊາດ ຫວຽດນາມ ສະຫງ່າຜ່າເຜີຍ, ທຸງຊາດ ຫວຽດນາມ ປິວສະບັດພ້ອມກັບທຸງຊາດຂອງ 6 ປະເທດສະມາຊິກ ອາຊຽນ ອື່ນ (ລວມມີ: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ, ບຣູໄນ), ໄດ້ເປີດໜ້າປະຫວັດສາດໃໝ່ຂອງພາກພື້ນ: ຫວຽດນາມ ກາຍເປັນສະມາຊິກທີ 7 ຂອງ ອາຊຽນ ຢ່າງເປັນທາງການ.

ເຫດການດັ່ງກ່າວແມ່ນຂີດໝາຍໃນເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກຂອງ ຫວຽດນາມ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນບາດກ້າວເດີນ ເພື່ອແນໃສ່ຫັນວິໄສທັດຂອງບັນດາຜູ້ກໍ່ຕັ້ງ ອາຊຽນ ກ່ຽວກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເປັນເອກະພາບ, ຜູກພັນກັນດ້ວຍຄວາມຄາດຫວັງອັນດຽວກັນ ກ່ຽວກັບສັນຕິພາບ ແລະ ວັດທະນາຖາວອນ ໃຫ້ປະກົດຜົນເປັນຈິງ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍ ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ແລະ ພັນລະຍາ ຕັດເຄັກສະເຫຼີມສະຫຼອງ 30 ປີ ຫວຽດນາມ ເຂົ້າຮ່ວມ ອາຊຽນ, ຢູ່ ອິນໂດເນເຊຍ, ເດືອນ ມີນາ 2025 (ພາບ: TTXVN)

ປະຕິບັດວິໄສທັດຂອງກຸ່ມໃຫ້ປະກົດຜົນເປັນຈິງ

ເລື່ອງ ຫວຽດນາມ ເຂົ້າຮ່ວມ ອາຊຽນ ໃນປີ 1995 ແມ່ນທາດເລັ່ງຫັນປ່ຽນໃຫ້ແກ່ການເປີດກວ້າງຂອງກຸ່ມໃນທົ່ວພາກພື້ນ, ເປີດເສັ້ນທາງໃຫ້ແກ່ການຮັບ ລາວ ແລະ ມຽນມາ (ປີ 1997) ແລະ ກຳປູເຈຍ (1999) ເຂົ້າເປັນສະມາຊິກ ອາຊຽນ, ຜ່ານນັ້ນ ກໍ່ຫັນວິໄສທັດ ອາຊຽນ - 10  ໃຫ້ປະກົດຜົນເປັນຈິງ. ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຢັ້ງຢືນວ່າ:

“ຄຳໝັ້ນສັນຍາຂອງ ຫວຽດນາມ ໄດ້ສະແດງຜ່ານຖະແຫຼງການຮ່າໂນ້ຍ ປີ 2001 ກ່ຽວກັບການຮັດແຄບໄລຍະຫ່າງຂອງການພັດທະນາ ມຸ່ງໄປເຖິງການເຊື່ອມໂຍງ ອາຊຽນ ຢ່າງແໜ້ນແຟ້ນກວ່າ, ໃນນັ້ນ ເນັ້ນໜັກບົດບາດລວມຂອງ ຫວຽດນາມ ໃນການນຳ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ເຂົ້າກະແສເສດຖະກິດຕົ້ນຕໍຂອງ ອາຊຽນ. ບົດບາດນຳພາຂອງ ຫວຽດນາມ ໃນ ອາຊຽນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາອາຍຸການປະທານ ອາຊຽນ ປີ 1998, 2010  ແລະ 2020. ໃນແຕ່ລະອາຍຸການຂອງຕົນ, ຫວຽດນາມ ລ້ວນແຕ່ຮັບຮູ້ບັນດາຜົນງານທີ່ໜ້າຊື່ນຊົມ, ປະກອບສ່ວນກຳນົດທິດໂດຍພື້ນຖານໃຫ້ແກ່  ອາຊຽນ”.

30 ປີ ນັບແຕ່ເມື່ອກາຍເປັນສະມາຊິກ ອາຊຽນ, ຫວຽດນາມ ຍາມໃດກໍສວມບົດບາດເປັນເຈົ້າການໃນການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຕ່າງປະເທດຂອງ ອາຊຽນ ອຸດົມສົມບູນຂຶ້ນຕື່ມ, ຜູກມັດນະໂຍບາຍການຕ່າງປະເທດຫຼາຍຝ່າຍກັບວິໄສທັດຍຸດທະສາດກວມລວມຂອງ ອາຊຽນ. ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ Sarah Al Bakri Devadason, ປະເທດສວມບົດບາດເປັນປະທານ ອາຊຽນ 2025, ແບ່ງປັນວ່າ ຫວຽດນາມ ໄດ້ສວມບົດບາດທີ່ບໍ່ອາດຂາດໄດ້ໃນວິວັດທະນາການຂອງ ອາຊຽນ.

“ໃນ 30 ປີຜ່ານມາ, ເລື່ອງກາຍເປັນພາກພື້ນ ອາຊຽນ ທີ່ເຊື່ອມໂຍງດ້ານເສດຖະກິດ, ຫັນເປັນການຄ້າເສລີ, ເປີດປະຕູການຕະຫຼາດ, ມີຄວາມເຫັນດີເຫັນພ້ອມດ້ານການເມືອງນັ້ນ ແມ່ນບໍ່ອາດຂາດການປະກອບສ່ວນຂອງ ຫວຽດນາມ ໄດ້. ບໍ່ພຽງແຕ່ປັບປຸງການຮ່ວມມືພາຍໃນກຸ່ມເທົ່ານັ້ນ, ຫວຽດນາມ ຍັງເປັນຂົວຕໍ່, ຊຸກຍູ້ສາຍພົວພັນຂອງ ອາຊຽນ ກັບບັນດາຄູ່ຮ່ວມມື. ອາດເວົ້າໄດ້ວ່າ ສຳລັບຄອບຄົວ 10 ສະມາຊິກຂອງ ອາຊຽນ ໃນປັດຈຸບັນ, ບົດບາດຂອງ ຫວຽດນາມ ມີຄວາມສຳຄັນ ແລະ ບໍ່ອາດຂາດໄດ້ໃນບັນດານະໂຍບາຍຊີ້ຂາດ ກໍຄື ການກຳນົດໂຄງຮ່າງຂອງພາກພື້ນ”.

ກຳນົດອະນານົດ ອາຊຽນ

ໃນສະພາບການ ອາຊຽນ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045 ໃນປີນີ້, ອາຊຽນ ຕັ້ງຄວາມຫວັງວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດແກ່ນສານໃນການກຳນົດອະນາຄົດລວມຂອງ ອາຊຽນ. ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ ນາງ Tiffany McDonald ແບ່ງປັນວ່າ:

“ອົດສະຕາລີ ຍາມໃດກໍຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ບໍ່ພຽງແຕ່ໃນລະດັບສອງຝ່າຍເທົ່ານັ້ນ ຫາກຍັງໃນຂອງເຂບ ອາຊຽນ ນຳອີກ. ຖະແຫຼງການ ຮ່າໂນ້ຍ 2020 ໄດ້ຊ່ວຍຫັນວິໄສທັດໄລຍະຍາວໃຫ້ອະນາຄົດຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ, ດ້ວຍເລື່ອງ ປີ 2025 ນີ້, ການນຳບັນດາປະເທດ ອາຊຽນ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045. ສິ່ງເຫຼົ່ານັ້ນ ໄດ້ຊີ້ໃຫ້ເຫັນບົດບາດສຳຄັນຂອງ ຫວຽດນາມ ໃນການຊຸກຍູ້ບັນດາໂຄງການດຳເນີນງານຂອງ ອາຊຽນ”.

ໃນສະພາບການ ອາຊຽນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ນັບທັງຢູ່ພາຍໃນ ແລະ ນອກພາກພື້ນ, ຫຼາຍປະເທດ ຕັ້ງຄວາມຫວັງວ່າ ຫວຽດນາມ ຈະສວມບົດບາດໃຫຍ່ຫຼວງໃນ ອາຊຽນ, ກາຍເປັນຂົວຕໍ່ລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາ. ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ Kiya Masahiko ແບ່ງປັນວ່າ:

“ຫວຽດນາມ ນອນໃນເສັ້ນທາງທະເລສຳຄັນລະຫວ່າງ ມະຫາສະໝຸດອິນເດຍ - ປາຊີຟິກ ແມ່ນຄູ່ຮ່ວມມືຫຼັກແຫຼ່ງເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ. ບໍ່ພຽງແຕ່ສຳລັບບັນຫາຄວາມໝັ້ນຄົງເທົ່ານັ້ນ, ຫວຽດນາມ ກໍແມ່ນປະເທດທີ່ມີພື້ນຖານເສດຖະກິດພັດທະນາໃນ ອາຊຽນ, ເອົາໃຈໃສ່ເຖິງການຜະລິດໃນສະພາບການຫັນປ່ຽນລະບົບສະໜອງ ປະກອບສ່ວນຫັນບັນດາເປົ້າໝາຍຂອງວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ປະກົດຜົນເປັນຈິງ”.

ການເຂົ້າຮ່ວມ ອາຊຽນ ແມ່ນນະໂຍບາຍຊີ້ຂາດອັນຖືກຕ້ອງ, ທັນການ, ມີຄວາມໝາຍປະຫວັດສາດ ແລະ ຍຸດທະສາດສຳຄັນຂອງ ຫວຽດນາມ. ເລື່ອງປະກອບສ່ວນເຂົ້າໃນການພັດທະນາຂອງ ອາຊຽນ ນັ້ນ ສືບຕໍ່ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມຍຸດທະສາດຂອງການທູດຫຼາຍຝ່າຍຂອງ ຫວຽດນາມ.

ບຸລິມະສິດແຖວໜ້າຂອງ ຫວຽດນາມ ໃນປັດຈຸບັນ ແມ່ນພ້ອມກັນກັບບັນດາປະເທດສະມາຊິກ ມານະພະຍາຍາມປັບປຸງຄວາມສາມັກຄີ, ເປັນເອກະພາບ, ຍົກສູງບັນດາຫຼັກການພື້ນຖານ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ຍົກສູງກຳລັງຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດຮັບມືຂອງ ອາຊຽນ ໃນສະພາບການພາກພື້ນ ແລະ ສາກົນທີ່ມີການຜັນປ່ຽນທີ່ສັບສົນຫຼາຍຢ່າງ./.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ຜົນ​ສຳ​ເລັດ​ຂ​ອງ​ປີ APEC 2027 ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ ໃນ​ໂລກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ຜົນ​ສຳ​ເລັດ​ຂ​ອງ​ປີ APEC 2027 ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ ໃນ​ໂລກ

ຕອນຄ່ຳວັນທີ 28 ກໍລະກົດ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີປະກາດສ້າງຕັ້ງຄະນະກຳມະການແຫ່ງຊາດ APEC 2027.

Top