ໃນໄລຍະຈະມາເຖິງ, ທ້ອງຖິ່ນຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ, ຈັດແບ່ງໜ້າທີ່ຢ່າງຈະແຈ້ງ, ຕິດແທດກັບສະພາບການຕົວຈິງ; ຍົກສູງຄຸນນະພາບຖັນແຖວພະນັກງານ, ໂດຍສະເພາະແມ່ນຂັ້ນຮາກຖານ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນການດຳເນີນຊີວິດພັກຕາມຫົວເລື່ອງຢູ່ໜ່ວຍພັກບ້ານ ກວ໋າງຈິງ 6, ຕາແສງ ກວ໋າງຮ່າ, ແຂວງ ກວ໋າງນິງ
ຕອນເຊົ້າວັນທີ 29 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມການດຳເນີນຊີວິດພັກຕາມຫົວເລື່ອງຢູ່ໜ່ວຍພັກບ້ານ ກວ໋າງຈິງ 6, ຕາແສງ ກວ໋າງຮ່າ, ແຂວງ ກວ໋າງນິງ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຊີ້ແຈ້ງວ່າ ການໂຮມຫົວໜ່ວຍບໍລິຫານເຂົ້າກັນກໍປະສົບກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ, ດັ່ງນັ້ນ, ໃນໄລຍະຈະມາເຖິງ, ທ້ອງຖິ່ນຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ສົມບູນແບບ, ຈັດແບ່ງໜ້າທີ່ຢ່າງຈະແຈ້ງ, ຕິດແທດກັບສະພາບການຕົວຈິງ; ຍົກສູງຄຸນນະພາບຖັນແຖວພະນັກງານ, ໂດຍສະເພາະແມ່ນຂັ້ນຮາກຖານ. ພ້ອມດຽວກັນນັ້ນ, ຕ້ອງຍູ້ແຮງການປະຕິຮູບການບໍລິຫານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ສະເໜີແນະ, ການສ່ອງແສງຂອງປະຊາຊົນໃຫ້ເຖິງຖອງ. ເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານ, ຖືນັ້ນແມ່ນກຳລັງໜູນເພື່ອປຸກລຸກພູມປັນຍາ ແລະ ຈິດໃຈຄວາມຮັບຜິດຊອບຂອງປະຊາຊົນໃນການສ້າງອຳນາດການປົກຄອງໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ທ້ອງຖິ່ນສືບຕໍ່ສຸມໃສ່ການຊີ້ນຳນຳພາ, ຈັດຕັ້ງປະຕິບັດ ແລະ ຕິດແທດກັບເປົ້າໝາຍຂອງການສັບຊ້ອນກົງຈັກການຈັດຕັ້ງຢ່າງຂ້ຽວຂາດ. ພວກເຮົາບໍ່ຫຼົງລືມຈຸດປະສົບສັບຊ້ອນການຈັດຕັ້ງກົງຈັກ ຕ້ອງຮັບປະກັນລັກສະນະກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ.”
ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການເຮັດວຽກກັບການນຳແຂວງ ກວ໋າງນິງ ກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ກໍໄດ້ໄປຢ້ຽມຢາມ ແລະ ກວດກາສູນຮັບໃຊ້ການບໍລິຫານສາທາລະນະໜຶ່ງຂັ້ນຂຶ້ນກັບຄະນະກຳມະການປະຊາຊົນແຂວງ ກວ໋າງນິງ.
(ແຫຼ່ງຄັດຈາກ VOV)