ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຢັ້ງຢືນວ່າກະຊວງໄດ້ພ້ອມກັບນະຄອນດ່ານັ້ງ ສ້າງສູນນະວັດຕະກຳ ແຖວໜ້າ ຫວຽດນາມ.
ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV )
ນະຄອນດ່ານັ້ງ ພວມເພີ່ມຄວາມໄວໃນການປະຕິບັດແງ່ຫວັງກາຍເປັນສູນນະວັດຕະກຳແຫ່ງຊາດ ແລະ ຕົວເມືອງອັດສະລິຍະແຖວໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດ້ວຍການກຳນົດທິດ “ໄປກ່ອນ, ເປັນແບບຢ່າງ”. ນັ້ນແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການເຮັດວຽກລະຫວ່າງຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ການນຳນະຄອນດ່ານັ້ງ ກ່ຽວກັບສະພາບການຜັນຂະຫຍາຍມະຕິເລກທີ 57ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 28 ກໍລະກົດ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຢັ້ງຢືນວ່າກະຊວງໄດ້ພ້ອມກັບນະຄອນດ່ານັ້ງ ສ້າງສູນນະວັດຕະກຳ ແຖວໜ້າ ຫວຽດນາມ. ເພາະສະນັ້ນ, ນະຄອນດ່ານັ້ງ ຕ້ອງສືບຕໍ່ກຳນົດການຫັນເປັນດີຈີຕອນແມ່ນບຸລິມະສິດເພື່ອພັດທະນາວິທະຍາ ສາດເຕັກໂນໂລຢີ, ເພີ່ມທະວີງົບປະມານໜູນຊ່ວຍວິສາຫະກິດນະວັດຕະກຳ. ທ່ານ ຫງວຽນແມັ້ງຮຸ່ງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າເຫັນໄດ້ຈິດໃຈບຸກນຳໜ້າຂອງດ່ານັ້ງ, ພິເສດແມ່ນຜູ້ນຳນະຄອນ. ຍ້ອນມີຈິດໃຈນີ້ ເຮັດໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກໍ່ຄືບັນດາວິສາຫະກິດໄດ້ພ້ອມກັນມາທີ່ນີ້ເພື່ອສືບຕໍ່ຮ່ວມເດີນທາງກັບນະຄອນສ້າງເປັນບັນດາຜົນສຳເລັດ. ຈາກນັ້ນ, ກໍ່ແຜ່ກະຈາຍອອກສູ່ທົ່ວປະເທດ, ສ້າງບາດກ້າວບຸກທະລຸໃຫ້ແກ່ປະເທດຊາດ.
(ແຫຼ່ງຄັດຈາກ VOV)