• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

25 ປີ ຕະຫຼາດ​ຫຼັກ​ຊັບ ຫວຽດ​ນາມ: ກຽມ​ພ້ອມ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່

ວັນທີ 28 ກໍລະກົດ 2000, ຕະຫຼາດຫຼັກຊັບ ຫວຽດນາມ ເຂົ້າເຄື່ອນໄຫວຢ່າງເປັນທາງການດ້ວຍ ຫຸ້ນ 2 ລະດັບ, ມີຂອບຂະໜາດທຶນພຽງປະມານ 0,2% GDP. ມາຮອດປັດຈຸບັນ, ຫວຽດນາມມີວິສາຫະກິດກ່ວາ 1.600 ແຫ່ງເຂົາຮ່ວມຕະຫຼາດ, ດ້ວຍຂອບຂະໜາດຫັນຕະຫຼາດຫຸ້ນ ແລະ ພັນທະບັດເປັນທຶນ ເກືອບ 100% GDP.
ສຳນັກງານຂອງພະແນກຕະຫຼາດຫຼັກຊັບນະຄອນ ໂຮ່ຈີມິນ (HOSE) (ພາບ: vneconomy.vn)

ພາຍຫຼັງ 25ປີ, ຕະຫຼາດຫຼັກຊັບ ຫວຽດນາມສ້າງຂີດໝາຍຫຼາຍບາດກ້າວ. ພົ້ນເດັ່ນແມ່ນ ຫວຽດນາມໄດ້ສ້າງພື້ນຖານຕິດຕໍຄ້າຊາຍທັນສະໄໝ, ເປີດກວາງຂອບຂະໜາດ ແລະ ເພີ່ມທະວີລວງເລິກ, ມີການຊຳລະແຖວໜ້າອາຊຽນ, ດຶງດູດທຶນສາກົນ. ພິເສດ, ຕະຫຼາດຫຼັກຊັບ ຫວຽດນາມ ໄດ້ຢັ້ງຢືນບົດບາດ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າແຕ່ລະໄລຍະພັດທະນາຂອງປະເທດຊາດ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຕະຫຼາດຫຼັກຊັບ ຫວຽດນາມ ທີ່ໄດ້ດຳເນີນໃນວັນທີ 28 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ທ່ນາ ຫງວຽນດຶກຈີ ຮອງລັດຖະມົນຕີ ກະຊວງການເງິນ ຢັ້ງຢືນວ່າ:

ຫຼັກຊັບແມ່ນຊ່ອງທາງລະດົມທຶນໃນໄລຍະກາງ ແລະ ໄລຍະຍາວສຳຄັນໃຫ້ແກ່ພື້ນຖານເສດຖະກິດ. ຕະຫຼາດຫຼັກຊັບສ່ອງແສງຄວາມເຂັ້ມແຂງຂອງພື້ນຖານເສດຖະກິດ, ແງ່ຫວັງຂອງພື້ນຖານເສດຖະກິດ, ຄວາມສາມາດຂອງບັນດາວິສາຫະກິດໃນພື້ນຖານເສດຖະກິດນັ້ນ. ພາຍຫຼັງ 25 ປີແຫ່ງການພັດທະນາ, ພວກເຮົາໄດ້ກໍ່ສ້າງ ແລະ ສະສົມບັນດາຜົນງານຫຼາຍພໍສົມຄວນ, ເພື່ອຈາກນັ້ນສ້າງບັນດາບາດກ້າວກະໂດດຂັ້ນກ່ຽວກັບຄຸນນະພາບ, ນຳຕະຫຼາດຫຼັກຊັບ ຫວຽດນາມພັດທະນາຂຶ້ນສູ່ລະດັບສູງໃໝ່.

ປັດຈຸບັນ, ຫວຽດນາມ ພວມຜັນຂະຫຍາຍການສ້າງກອບນິຕິກຳຢ່າງໂປ່ງໄສ ໃຫ້ສຳເລັດຜົນ, ເໝາະສົມກັບທຳນຽມສາກົນ. ພ້ອມທັງ, ຍູ້ແຮງການຫັນເປັນດີຈີຕອນ, ຫັນພື້ນຖານໂຄງລ່າງເຕັກໂນໂລຢີເປັນທັນສະໄໝ, ຍົກລະດັບຕະຫຼາດໂດຍໄວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ຜົນ​ສຳ​ເລັດ​ຂ​ອງ​ປີ APEC 2027 ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ ໃນ​ໂລກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ຜົນ​ສຳ​ເລັດ​ຂ​ອງ​ປີ APEC 2027 ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ ໃນ​ໂລກ

ຕອນຄ່ຳວັນທີ 28 ກໍລະກົດ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີປະກາດສ້າງຕັ້ງຄະນະກຳມະການແຫ່ງຊາດ APEC 2027.

Top