ດ້ວຍຫົວຂໍ້ “ຕອບບຸນແທນຄຸນບັນດານັກຮົບດ້ວຍສຽງດົນຕີ”, ລາຍການດັ່ງກ່າວໄດ້ຊ່ວຍໃຫ້ຜູ້ຊົມຫວນຄືນຄວາມຊົງຈຳທີ່ພິລະອາດຫານ, ແຕ່ກໍ່ເຕັມໄປດ້ວຍການເສຍສະຫຼະຊີວິດຂອງໄລຍະສົງຄາມ
ລາຍການສະແດງສິລະປະພິເສດ “ກຳແພງຫີນອະມະຕະ” (ພາບ: TTXVN)
ລາຍການສະແດງສິລະປະພິເສດ “ກຳແພງຫີນອະມະຕະ” ໂດຍໂຮງລະຄອນສິລະປະຍຸກສະໄໝ ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 27 ກໍລະກົດ, ຢູ່ ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025).
ດ້ວຍຫົວຂໍ້ “ຕອບບຸນແທນຄຸນບັນດານັກຮົບດ້ວຍສຽງດົນຕີ”, ລາຍການດັ່ງກ່າວໄດ້ຊ່ວຍໃຫ້ຜູ້ຊົມຫວນຄືນຄວາມຊົງຈຳທີ່ພິລະອາດຫານ, ແຕ່ກໍ່ເຕັມໄປດ້ວຍການເສຍສະຫຼະຊີວິດຂອງໄລຍະສົງຄາມ, ເມື່ອມີປະຊາຊົນນັບລ້ານຄົນໄດ້ຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງຊາດ. ເຂົາເຈົ້າແມ່ນ “ກຳແພງຫີນອະມະຕະ”, ເປັນສັນຍາລັກຂອງກຳລັງແຮງ, ຈິດໃຈສາມັກຄີ ແລະ ເຈດຈຳນົງບໍ່ຍອມຈຳນົນຂອງຊາດ ຫວຽດນາມ. ລາຍການໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມຄາດຫວັງສັນຕິພາບ.
(ແຫຼ່ງຄັດຈາກ VOV)