• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮອດ​ວັນ​ທີ 30 ກັນ​ຍາ ຜ່ອນ​ຜັນ​ການ​ແຍກ​ຫ່າງ​ສັງ​ຄົມ​​ເທື່ອ​ລະ​ກ້າວໂດຍ​ມີ​ການ​ຄວບ​ຄຸມ

ຕອນເຊົ້າວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກກັບ 63 ແຂວງ, ນະຄອນ ໃນທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກກັບ 63 ແຂວງ, ນະຄອນ ໃນທົ່ວປະເທດ (ພາບ: sggp.org.vn)

ກອງປະຊຸມຖືກຈັດຂຶ້ນແມ່ນເພື່ອແນ່ໃສ່ຕີລາຄາກ່ຽວກັບສະພາບການ, ການຜັນແປຂອງໂລກລະບາດໂຄວິດ - 19 ໃນ 2 ອາທິດຜ່ານມາ, ໝາກຜົນຂອງການປະຕິບັດບັນດາໜ້າທີ່, ມາດຕະການ, ຊີ້ແຈ້ງເຫດຜົນ, ບົດຮຽນປະສົບການກ່ຽວກັບການຊີ້ນຳ, ນຳພາ, ການຈັດຕັ້ງປະຕິບັດ; ນັບແຕ່ການກຳນົດເປົ້າໝາຍ, ໜ້າທີ່, ມາດຕະການທີ່ແທດເໝາະໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຮຽກຮ້ອງໃຫ້ທົ່ວປະເທດຈົ່ງພະຍາຍາມນັບແຕ່ນີ້ຮອດວັນທີ 30 ກັນຍາ ຈະຜ່ອນຜັນການແຍກຫ່າງສັງຄົມໂດຍມີການຄວບຄຸມເທື່ອລະກ້າວເພື່ອຟື້ນຟູການພັດທະນາເສດຖະກິດ - ສັງຄົມ.

ຜູ້ນຳໜ້າລັດຖະບານ ກໍໃຫ້ຮູ້ວ່າ ວັນທີ 24 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ຕົກລົງຕໍ່ຂໍ້ສະເໜີຂອງລັດຖະບານກ່ຽວກັບການປະກາດໃຊ້ນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈາກກອງທຶນປະກັນການວ່າງງານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top