• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ກົດ​ໝາຍ​ຕ້ອງ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ

ວັນທີ 18 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ເດືອນພະຈິກ 2021, ປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບກົດໝາຍ ກ່ຽວກັບ 6 ຂໍ້ສະເໜີສ້າງຮ່າງກົດໝາຍສະບັບຕ່າງໆ.
ກອງປະຊຸມລັດຖະບານ ເດືອນພະຈິກ 2021 (ພາບ: TTXVN)

ທີ່ກອງປະຊຸມ, ລັດຖະບານ ໄດ້ປຶກສາຫາລື ກ່ຽວກັບຂໍ້ສະເໜີໃນການສ້າງ ກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍການແລກປ່ຽນການຄ້າດ້ານເອເລັກໂຕນິກ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເກັບຮັກສາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຕ້ານການຟອກເງິນ (ສະບັບປັບປຸງ). ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາຜູ້ແທນ ປະກອບຄຳເຫັນໃຫ້ຖືກຕ້ອງ, ເຊັດເຈນ, ຕິດແທດກັບສະພາບການເພື່ອສ້າງກົດໝາຍສະບັບຕ່າງໆ, ຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການທີ່ອຸດົມສົມບູນ ເຊິ່ງພຶດຕິກຳຕົວຈິງໄດ້ວາງອອກ, ສືບຕໍ່ຍົກສູງຄຸນນະພາບໃນການສ້າງ ກົດໝາຍໃຫ້ສຳເລັດຜົນ. ທ່ານຮຽກຮ້ອງວ່າ:

ຕ້ອງຮັບປະກັນຄວາມຍຸຕິທຳ, ຄວາມກ້າວໜ້າໃນສັງຄົມ, ຮັບປະກັນເປົ້າໝາຍປະກັນສຸຂະພາບໃຫ້ແກ່ປະຊາຊົນ, ແຕ່ຕ້ອງຄົ້ນຄ້ວາແບ່ງຂັ້ນ ໃຫ້ເໝາສົມກັບເງື່ອນໄຂພິເສດສະເພາະຕໍ່ການພັດທະນາຂອງປະເທດຊາດໃນປັດຈຸບັນ. ການປະກັນສຸຂະພາບຕ້ອງຕິດພັນກັບ ການປະກັນຊີວິດສັງຄົມ, ຕິດພັນກັບການຊຸກຍູ້ຕະຫຼາດປະກັນໄພໃຫ້ດີກ່ວາອີກ ແລະ ປອດໄສ, ເປີດເຜີຍ, ເພື່ອແກ້ໄຂຂໍ້ຕິດຂັດໃນການປະຕິບັດກົດໝາຍກ່ອນໜ້ານີ້, ເພື່ອຫັນທັດສະນະໃໝ່ຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ກ່ຽວກັບການປະກັນຊີວິດສັງຄົມ ແລະ ມະຕິເລກທີ 20 ຊຸດທີ XII ເປັນລະບອບລະບຽບການ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top