• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ ພະ​ມະ​ຫາກະ​ສັດ ບ​ຣູ​ໄນ Hassannal Bolkiah

ໃນຂອບເຂດການຢ້ຽມຢາມ ບຣູໄນ Darussalam ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນເຊົ້າວັນທີ 11 ກຸມພາ, ຢູ່ພະລາດຊະວັງ Istana Nurul Iam, ໄດ້ດຳເນີນພິທີການພິເສດ ເມື່ອສະມາຊິກ ບຣູໄນ Darussalam ໝົດທຸກພະອົງໄດ້ອອກມາຕ້ອນຮັບ ແລະ ເຂົ້າຮ່ວມການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບພະມະຫາກະສັດ Hassanal Bolkiah.
  ການພົບປະເຈລະຈາ   

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງຕໍ່ການພັດທະນາຢ່າງມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ບຣູໄນ ໃນທຸກຂົງເຂດ. ພິເສດ, ການຮ່ວມມືດ້ານການຄ້າ ບັນລຸບາດກ້າວບຸກທະລຸ: ວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸກວ່າ 720 ລ້ານ USD, ເພີ່ມຂຶ້ນ 134% ເມື່ອທຽບໃສ່ປີ 2021. ການນຳສອງທ່ານກໍເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍກົນໄກຮ່ວມມືຄະນະກຳມະການຮ່ວມມືສອງຝ່າຍຂັ້ນລັດຖະມົນຕີການຕ່າງປະເທດ ແລະ ໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ໄລຍະ 2023 – 2027 ທີ່ຫາກໍລົງນາມໃນໂອກາດນີ້ຢ່າງມີປະສິດທິຜົນ. ການນຳສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເປັນຕົ້ນແມ່ນ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຢູ່ທະເລ…

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານ ກໍໄດ້ຢັ້ງຢືນຄືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ພ້ອມທັງສົມທົບກັນຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ສູ້ຊົນໃຫ້ມີຄວາມຄືບໜ້າໃນການເຈລະຈາ ກົດແຫ່ງການປະພຶດ (COC).

ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານກໍເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນໂຄງການເຄື່ອນໄຫວ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ 2023 – 2027 ແລະ ໜັງສືທາງການວ່າດ້ວຍການ ແລກປ່ຽນຂໍ້ຕົກລົງຍົກເວັ້ນວີຊາສຳລັບຜູ້ທີ່ຖືໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການລະຫວ່າງ ຫວຽດນາມ ແລະ ບຣູໄນ.

ກໍໃນຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ບຣູໄນ (UBD). ນີ້ແມ່ນຮາກຖານການສຶກສາຂັ້ນມະຫາວິທະຍາໄລ ທີ່ມີຂອບຂະໜາດໃຫຍ່ ແລະ ມີອິດທິພົນຊື່ສຽງທີ່ສຸດຂອງ ບຣູໄນ ແລະ ໄດ້ຈັດຢູ່ອັນດັບທີ 3 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ມະຫາວິທະຍາໄລ UBD ກໍແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການຮ່ວມມືລະຫວ່າງ ຫວຽດນາມ - ບຣູໄນ ໃນຂົງເຂດການສຶກສາ, ບຳລຸງສ້າງ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ບຣູໄນ Darusssalam ກັບຄືນ ຫວຽດນາມ, ສິ້ນສຸດການຢ້ຽມຢາມທາງການ ສິງກະໂປ ແລະ ບຣູໄນ ຢ່າງຈົບງາມ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top