• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ຢັ້ງ​ຢືນ​ການ​​ເລືອກ​ເຟັ້ນ​ທີ່​ຖືກ​ຕ້ອງ​ດ້ວຍ “ວິ​ວັດ​ທະ​ນາ​ການ​ມຸ່ງ​ໄປ​ເຖິງ​ການ​ໂຄ່ນ​ລົ້ມ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot”

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ເນັ້ນໜັກວ່າ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກນັ້ນ, ທ່ານໄດ້ຕັດສິນໃຈຊອກຫາການໜູນຊ່ວຍຂອງຫວຽດນາມ ແລະ ນີ້ແມ່ນການເລືອກເຟັ້ນທີ່ດີທີ່ສຸດ.
  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ກ່າວຄຳເຫັນທີ່ພິທີ  

 ວັນທີ 20 ມິຖຸນາ, ສື່ເອເລັກໂຕນິກ Fresh News (ກຳປູເຈຍ) ໄດ້ລົງຂ່າວວ່າ: ວັນທີ 20 ມິຖຸນາ, ສະເຫຼີມສະຫຼອງ 45 ປີແຫ່ງວັນທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ແລະ ຄູ່ຮ່ວມກົມກອງ 4 ຄົນ ໄດ້ມາ ຫວຽດນາມ ເພື່ອຊອກຫາການສະໜັບສະໜູນໃຫ້ແກ່ພາລະກິດແຫ່ງການປົດປ່ອຍຊາດ ແລະ ປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດທີ່ໂຫດຫ້ຽມຂອງ Pol Pot. ຕອນເຊົ້າວັນທີ 20 ມິຖຸນາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 45 ປີແຫ່ງ ວິວັດຂະບວນການມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot”, ຢູ່ເຂດຊາຍແດນກຳປູເຈຍ - ຫວຽດນາມ. ຕາມ Fresh News ແລ້ວ, ມີຫຼາຍຄຳເຫັນໄດ້ຕັ້ງຂຶ້ນວ່າ ປະເທດ ແລະ ປະຊາຊົນກຳປູເຈຍ ຈະເປັນແນວໃດ ຖ້າຫາກວ່າ ບໍ່ມີເຫດການທີ່ເກີດຂຶ້ນໃນວັນທີ 20 ມິຖຸນາ ປີ 1977. ບັນດານັກປະຫວັດສາດ ຂະແມ ຖືວ່າ ຖ້າບໍ່ມີການເລີ່ມຕົ້ນຂອງທ່ານນາຍົກລັດຖະມົນຕີ Hun Sen ແລະ ນາຍທະຫານກຳປູເຈຍທີ່ຮັກຊາດ ໄປຊອກຫາເສັ້ນທາງ ແລະ ຕໍ່ສູ້ປົດປ່ອຍຊາດ ປະເທດ ແລະ ປະຊາຊົນກຳປູເຈຍແມ່ນ ຍາກທີ່ຈະມີໂອກາດຫຼຸດພົ້ນອອກຈາກລະບອບອັນໂຫດຫ້ຽມຂອງ Pol Pot ໄດ້. ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ເນັ້ນໜັກວ່າ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກນັ້ນ, ທ່ານໄດ້ຕັດສິນໃຈຊອກຫາການໜູນຊ່ວຍຂອງຫວຽດນາມ ແລະ ນີ້ແມ່ນການເລືອກເຟັ້ນທີ່ດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top