• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ

ຕອນບ່າຍວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວັນຟຸກ ໄດ້ມາຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ມຽນມາ ຢ່າງເປັນທາງການ ແຕ່ວັນທີ 16 – 18 ທັນວາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ປະທານາທິບໍດີ ວິນມິນ  (ພາບ: chinhphu.vn)

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ປະທານາທິບໍດີ ວິນມິນ, ເຈລະຈາກັບ ທ່ານນາງ ຊານຊູກີ ທີ່ປຶກສາແຫ່ງລັດ ມຽນມາ ແລະ ພົບປະກັບປະທານສະພາແຫ່ງຊາດ ຄຸນມິດ. ທາງຝ່່າຍ ມຽນມາ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຢ່າງສະໜິດສະໜົມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງມິນຄອຍ ໄດ້ຕິດຕາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ:

        “ທາງຝ່່າຍ ມຽນມາ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽມ ແລະ ສະໜິດສະໜົມ. ໃນບັນດາການພົບປະຂັ້ນສູງ, ທາງຝ່າຍ  ມຽນມາ ກໍມີຄວາມຈິງໃຈ. ອາດຈະເວົ້າໄດ້ວ່າ ສານໃນການຢ້ຽມຢາມຄັ້ງນີີ້ ລະຫວ່າງຫວຽດນາມ - ມຽນມາ ແມ່ນສອງປະເທດມີມູນເຊື້ອມາແຕ່ດົນນານ ໄດ້ຮັບການເສີມສ້າງໃນສະໄໝປະທານໂຮ່ຈີມິນ ແລະ ຜູ້ນໍາ ອອງຊາງ. ການນໍາສອງຝ່າຍໄດ້ຢືນຢັນວ່າ: ຈະເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top