ຕອນບ່າຍວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ມຽນມາ ຢ່າງເປັນທາງການ ແຕ່ວັນທີ 16 – 18 ທັນວາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ປະທານາທິບໍດີ ວິນມິນ (ພາບ: chinhphu.vn)
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ປະທານາທິບໍດີ ວິນມິນ, ເຈລະຈາກັບ ທ່ານນາງ ຊານຊູກີ ທີ່ປຶກສາແຫ່ງລັດ ມຽນມາ ແລະ ພົບປະກັບປະທານສະພາແຫ່ງຊາດ ຄຸນມິດ. ທາງຝ່່າຍ ມຽນມາ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຢ່າງສະໜິດສະໜົມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງມິນຄອຍ ໄດ້ຕິດຕາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ:
“ທາງຝ່່າຍ ມຽນມາ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽມ ແລະ ສະໜິດສະໜົມ. ໃນບັນດາການພົບປະຂັ້ນສູງ, ທາງຝ່າຍ ມຽນມາ ກໍມີຄວາມຈິງໃຈ. ອາດຈະເວົ້າໄດ້ວ່າ ສານໃນການຢ້ຽມຢາມຄັ້ງນີີ້ ລະຫວ່າງຫວຽດນາມ - ມຽນມາ ແມ່ນສອງປະເທດມີມູນເຊື້ອມາແຕ່ດົນນານ ໄດ້ຮັບການເສີມສ້າງໃນສະໄໝປະທານໂຮ່ຈີມິນ ແລະ ຜູ້ນໍາ ອອງຊາງ. ການນໍາສອງຝ່າຍໄດ້ຢືນຢັນວ່າ: ຈະເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ”.
(ແຫຼ່ງຄັດຈາກ VOV)