• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວຍ​ພອນ​ວັນ​ບຸນ​ຄຼິດ​ສະ​ມາດ ​ທີ່ສຳ​ນັກ​ສັງ​ຄະ​ລາດ ນະ​ຄອນຫຼວງ​ຮ່າ​ໂນ້ຍ

ຕອນເຊົ້າວັນທີ 20 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນບຸນຄຼິດສະມາດ 2019 ຢູ່ສຳນັກສັງຄະລາດ ນະຄອນຫຼວງຮ່າໂນ້ຍ.
 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນບຸນຄຼິດສະມາດ 2019 ຢູ່ສຳນັກສັງຄະລາດ ນະຄອນຫຼວງຮ່າໂນ້ຍ (ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ ມີການປະກອບສ່ວນຢ່າງແທດຈິງ ຂອງຊາວຄຼິດ ຫວຽດນາມ ເວົ້າລວມ ແລະ ຊາວຄຼິດ ນະຄອນຫຼວງ ຮ່າໂນ້ຍເວົ້າສະເພາະ. ເມື່ອເວົ້າເຖິງການພົວພັນລະຫວ່າງຫວຽດນາມ ແລະ ສຳນັກວາຕີກັງ, ທ່ານນາງປະທານສະພາແຫ່ງຊາດ ຖືວ່າ ພວມມີບາດກ້າວພັດທະນາຢ່າງຕັ້ງໜ້າ, ຫວຽດນາມເຫັນດີຕໍ່ແຜນນະໂຍບາຍ ເພື່ອໃຫ້ສຳນັກວາຕີກັງ ຈັດສົ່ງທູດພິເສດມາປະຈຳຢູ່ຫວຽດນາມ. ກ່ຽວກັບໜ້າທີ່ໃນໄລຍະທີ່ຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບົດບາດຂອງຕົນເອງ ຫົວໜ້າສັງຄະລາດ ຈະແນະນຳ, ປຸກລະດົມ, ສົ່ງເສີມຊາວຄຼິດ ກໍ່ສ້າງເຂດສາສະໜາໃຫ້ນັບມື້ນັບມີການພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງນະຄອນຫຼວງຮ່າໂນ້ຍ, ຂອງປະເທດຊາດໃຫ້ຫຼາຍກວ່ານີ້ອີກ ແລະ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດໃຫ້ເປັນຢ່າງດີ. ປະເທດຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ ເຊິ່ງໄດ້ກຳນົດໄວ້ໃນລັດຖະທຳມະນູນ ກໍ່ຄືສະພາແຫ່ງຊາດ ໄດ້ຫັນເປັນກົດໝາຍຢ່າງລະອຽດ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top