• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ ຮອງ​ປະ​ທານ​ປະ​ເທດ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ SCO

ທ່ານ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ຈະ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ໃນ​ພາກ​ພື້ນ, ສາ​ກົນ ແລະ ບັນ​ດາ​ບັນ​ຫາ​ທີ່​ກ່ຽ​ວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ພັດ​ທະ​ນາ;
  ປ້າຍຕ້ອນຮັບ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ທີ່ສະໜາມບິນ Manas), Bishkek. ພາບ: VNA  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Sadyr Japarov ​ປະ​ທາ​ນາ​ທິ​ບໍ​ດີ Kyrgyzstan, ປະ​ທານ​ອົງ​ການ​ຈັດ​ຕັ້ງ​ຊຽ​ງ​ໄຮ (SCO), ຮັບ​ການມອບ​ສິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ທ່ານ​ຮອງ​ປ​ະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເປີດກວ້າງ ອົງ​ການ​ຮ່ວມ​ມື​ຊ​ຽງ​ໄຮ (SCO) ແລະ ດຳ​ເນີ​ນ​ບາງ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ Kyrgyzstan (ແຕ່​ວັນ​ທີ 31 ສິງ​ຫາ ຫາ​ວັນ​ທີ 1 ກັນ​ຍາ).

ຢູ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ຈະ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ໃນ​ພາກ​ພື້ນ, ສາ​ກົນ ແລະ ບັນ​ດາ​ບັນ​ຫາ​ທີ່​ກ່ຽ​ວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ພັດ​ທະ​ນາ; ປະ​ກອບ​ສ່​ວນ​ສ້າງ​ສຽງ​ເວົ້າ​ລວມ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ແລະ ຄວາມ​ໝັ້ນ​ຄົງ​ແບບ​ໃໝ່. ໃນ​ຂອ​ບ​ເຂດກອງ​ປະ​ຊຸມ, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຄາດ​ວ່າ​ຈະ​ພົບ​ປະ​ກັບ​ການ​ນຳ Kyrgyzstan, ​ແລະ ປະ​ເທດ​ຕ່າງໆ, ພ້ອມ​ກັບຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ, ເປີດກວ້າງ​ການ​ຮ່ວມ​ມື ແລະ ຍາດ​ແຍ່​ງ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ຜູ້ອຳ​ນວຍ​ການ CIA ສະ​ເໜີ​ການ​ພົ​ບ​ປະ​ສາມ​ຝ່​າຍ ອາ​ເມ​ລິ​ກາ ລັດ​ເຊຍ ຢູ​ແກຼນ

ຜູ້ອຳ​ນວຍ​ການ CIA ສະ​ເໜີ​ການ​ພົ​ບ​ປະ​ສາມ​ຝ່​າຍ ອາ​ເມ​ລິ​ກາ ລັດ​ເຊຍ ຢູ​ແກຼນ

ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ກໍ່​ໄດ້​ຢັ້ງ​ຢືນ​ກ່ຽວ​ກັບ​ການ​ພົບ​ປະ​ລະ​ຫວ່າງ​ອົງ​ການສືບ​ຂ່າວ​ສອງ​ປະ​ເທດ ແລະ ເອີ້ນ​ວ່າ​ນີ້​ແມ່ນ​ສັນ​ຍານ​ຕັ້ງ​ໜ້າ.

Top