ທ່ານຮອງປະທານປະເທດ ຫວໍທິແອັງຊວັນພ້ອມກັບຜູ້ຕາງໜ້າບັນດາປະເທດຈະແລກປ່ຽນກ່ຽວກັບສະພາບການໃນພາກພື້ນ, ສາກົນ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ;
ປ້າຍຕ້ອນຮັບ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ທີ່ສະໜາມບິນ Manas), Bishkek. ພາບ: VNA
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Sadyr Japarov ປະທານາທິບໍດີ Kyrgyzstan, ປະທານອົງການຈັດຕັ້ງຊຽງໄຮ (SCO), ຮັບການມອບສິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເປີດກວ້າງ ອົງການຮ່ວມມືຊຽງໄຮ (SCO) ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ Kyrgyzstan (ແຕ່ວັນທີ 31 ສິງຫາ ຫາວັນທີ 1 ກັນຍາ).
ຢູ່ກອງປະຊຸມ, ທ່ານຮອງປະທານປະເທດ ຫວໍທິແອັງຊວັນພ້ອມກັບຜູ້ຕາງໜ້າບັນດາປະເທດຈະແລກປ່ຽນກ່ຽວກັບສະພາບການໃນພາກພື້ນ, ສາກົນ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ; ປະກອບສ່ວນສ້າງສຽງເວົ້າລວມໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ແລະ ຄວາມໝັ້ນຄົງແບບໃໝ່. ໃນຂອບເຂດກອງປະຊຸມ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຄາດວ່າຈະພົບປະກັບການນຳ Kyrgyzstan, ແລະ ປະເທດຕ່າງໆ, ພ້ອມກັບຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ເພື່ອແນໃສ່ປັບປຸງການພົວພັນ, ເປີດກວ້າງການຮ່ວມມື ແລະ ຍາດແຍ່ງທຸກແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາຂອງປະເທດຊາດ.