• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ ເລ​ດຶກ​ເທາະ - ການ​ນຳ​ຜູ້​ປີ​ຊາ​ສາ​ມາດ​ກັບ​ການ​ເຈ​ລະ​ຈາ ປາ​ຣີ ​ປະ​ຫວັດ​ສາດ

ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ທ່ານ ເລດຶກເທາະ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວຢູ່ສະໜາມຮົບພາກໃຕ້ເປັນເວລາຫຼາຍປີໃນໄລຍະຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ທ່ານ ເລດຶກເທາະ ກໍຮັບດຳລົງຫຼາຍຕຳແໜ່ງສຳຄັນຂອງພັກ ແລະ ມີການປະກອບສ່ວນສຳຄັນພິເສດໃນບົດບາດເປັນທີ່ປຶກສາພິເສດຂອງຄະນະເຈລະຈາຂອງລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ຢູ່ກອງປະຊຸມ ປາຣີ ປີ 1973 ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່.

ເດືອນ ເມສາ 1968, ເມື່ອຮັບບົດບາດເປັນຮອງເລຂາທິການສູນກາງ ກົມພາກໃຕ້, ທ່ານ ເລດຶກເທາະ ໄດ້ຮັບຄຳສັ່ງຈາກ ປະທານໂຮ່ຈີມິນ ໃຫ້ກັບມາຮ່າໂນ້ຍ ໂດຍດ່ວນ ເພື່ອກະກຽມເດີນທາງໄປຍັງ ປາຣີ ດ້ວຍພາລະກຳ “ເປັນທີ່ປຶກສາພິເສດ” ຄະນະຜູ້ແທນລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ເຈລະຈາແບບເຊິ່ງໜ້າກັບຜູ້ຕາງໜ້າ ອາເມລິກາ ກ່ຽວກັບການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ ຢູ່ ຫວຽດນາມ.

  ທ່ານ ເລດຶກເທາະ ແລະ ທ່ານ Kissinger ຈັບມືກັນພາຍຫຼັງພິທີເຊັນສັນຍາ (ພາບ:TTXVN)  

ໃນກອງປະຊຸມ ປາຣີ, ດ້ວຍຖານະເປັນ “ທີ່ປຶກສາພິເສດ” ຂອງຄະນະຜູ້ແທນລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ຮັບຮອງເອົາບັນດາວຽກງານການເຄື່ອນໄຫວໃນການເຈລະຈາຮອບຕ່າງໆ ນັບທັງແບບເປີດເຜີຍ ແລະ ປິດລັບ, ໃນການຖະແຫຼງຂ່າວຄັ້ງຕ່າງໆ, ຊີ້ນຳການ “ອອກແຈ້ງການສື່ມວນຊົນ”, ທ່ານ ເລດຶກເທາະ ໄດ້ປະກອບສ່ວນສຳຄັນເຮັດໃຫ້ປະຊາຊົນຜູ້ກ້າວໜ້າໃນໂລກ ເຂົ້າໃຈແຈ້ງກວ່າກ່ຽວກັບທາດແທ້ທີ່ອະທຳຂອງສົງຄາມ ໂດຍອາເມລິກາ ດຳເນີນຢູ່ ຫວຽດນາມ. ພິເສດ, ໃນທຸກຮອບເຈລະຈາປິດລັບກັບທ່ານອະດີດປະທານາທິບໍດີ ອາເມລິກາ Kissinger ຫຼື ໃນໂຕະເຈລະຈາຢູ່ກອງປະຊຸມ, ທ່ານ ເລດຶກເທາະ ລ້ວນແຕ່ຍົກໃຫ້ເຫັນເຈດຕະນາດີຂອງປະຊາຊົນ ຫວຽດນາມ ຢ່າງຈະແຈ້ງວ່າ ຢາກຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ, ພ້ອມທັງຢັ້ງຢືນຫຼັກໝັ້ນຂອງປະຊາຊົນ ຫວຽດນາມ ແມ່ນຢຶດໝັ້ນຕໍ່ສູ້ເພື່ອຈຸດປະສົງຍາດເອົາເອກະລາດມາໃຫ້ປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ໃນໂຕະເຈລະຈາ, ທ່ານ ເລດຶກເທາະ ຍາມໃດກໍເຮັດໃຫ້ຝ່າຍກົງກັນຂ້າມຕ້ອງເຄົາລົບນັບຖືດ້ວຍກົນລະຍຸດ ແລະ ຄວາມເກັ່ງກ້າສາມາດຂອງນັກການທູດຜູ້ໜຶ່ງທີ່ເຕັມໄປດ້ວຍປະສົບການ.

“ໃນວິວັດການເຈລະຈາສັນຍາ ປາຣີ, ຫວຽດນາມ ແມ່ນປະເທດນ້ອຍ ແລະ ເກືອບຄືວ່າຍັງບໍ່ທັນທີ່ມີປະສົບການໃນວຽກງານການທູດ, ຖ້າທຽບກັບ ອາເມລິກາ - ເຊິ່ງເປັນປະເທດໃຫຍ່ ແລະ ມີກຳລັງຄວາມສາມາດທາງດ້ານການທະຫານ ແລະ ການຕ່າງປະເທດ. Kissinger ແມ່ນບຸກຄົນທີ່ “ຫ້ຽມກຽມແຂງຂໍ້” ໃນແນວຮົບຕ່າງປະເທດຂອງ ອາເມລິກາ ແລະ ໂລກ. ເຖິງຢ່າງໃດກໍຕາມ, ເມື່ອນັ່ງເຊິ່ງໜ້າກັບທ່ານ ເລດຶກເທາະ, ທ່ານ Kissinger ຍາມໃດກໍຕ້ອງຍອມຮັບ ແລະ ນັບຖືຕໍ່ຂໍ້ອ້າງອີງ ແລະ ການອ້າງເຫດຜົນແຮງກ້າຂອງເພິ່ນ. ຂ້າພະເຈົ້າຖືວ່າ ທ່ານ ເລດຶກເທາະ ໄດ້ສະແດງໃຫ້ເຫັນຄຸນນະທາດ, ຄວາມເກັ່ງກ້າສາມາດ ແລະ ພູມປັນຍາຢ່າງແທ້ຈິງ”.

ຖ້າຄືຢູ່ໃນໂຕະເຈລະຈາ, ທ່ານ ເລດຶກເທາະ ຍາມໃດກໍສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ, ຄວາມຢຶດໝັ້ນກ່ຽວກັບຫຼັກການ ແຕ່ນຳໃຊ້ຍຸດໂທບາຍຢ່າງມີໄຫວພິບນັ້ນ, ໃນກອງປະຊຸມປິດລັບກັບທ່ານ Kissinger, ທ່ານ ເລດຶກເທາະ ຍາມໃດກໍສະແດງໃຫ້ເຫັນເຈດຈຳນົງບຸກໂຈມຕີ, ກຽມພ້ອມໂຕ້ຕອບຈົນເຖິງຂັ້ນສຸດທ້າຍ, ດ້ວຍທ່າທີທຸ່ນທ່ຽງ, ຮັບມືແກ້ໄຂຢ່າງຄ່ອງແຄ້ວ, ແຕ່ເວລາໃດທີ່ຕ້ອງການ ກໍແຂງແກ່ນ, ແຮງກ້າທີ່ສຸດ. ທ່ານ ຮສ.ປອ ບຸ່ຍດິງຟອງ, ສັງກັດສະຖາບັນ ໂຮ່ຈີມິນ ແລະ ບັນດາການນຳພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ:

“ມີສິ່ງໜຶ່ງທີ່ສຳຄັນ ສະແດງໃຫ້ເຫັນພູມປັນຍາ, ຄຸນນະທາດຂອງທ່ານ ເລດຶກເທາະ ນັ້ນແມ່ນ ຍາມໃດທ່ານກໍກຳແໜ້ນ ແລະ ມີຄວາມເຂົ້າໃຈສັດຕູຢ່າງເລິກເຊິ່ງ. ຄືດັ່ງທ່ານ Kissinger ໄດ້ກ່າວວ່າ: “ອ່ານໄດ້ແນວຄິດຂອງຝ່າຍກົງກັນຂ້າມ”. ໝາຍຄວາມວ່າ ເຂົ້າໃຈເຈດຕະນານົມຂອງຝ່າຍກົງກັນຂ້າມແມ່ນຫຍັງ ແລະ ຢາກເວົ້າຫຍັງ. ສະນັ້ນ, ຄຸນນະທາດຂອງທ່ານ ເລດຶກເທາະ ໃນການທູດ ແມ່ນເປັນເຈົ້າການບຸກໂຈມຕີຝ່າຍກົງກັນຂ້າມ, ແຕ່ປະສານສົມທົບລະຫວ່າງຫຼັກການ ກັບຄວາມຄ່ອງແຄ້ວອ່ອນໂຍນໃນການຕໍ່ສູ້ທາງການຕ່າງປະເທດ”.

ສັນຍາ ປາຣີ ແມ່ນໄຊຊະນະສັງລວມຂອງນັບທັງການຕໍ່ສູ້ທາງດ້ານການທະຫານ, ການເມືອງ ແລະ ການທູດ, ໃນນັ້ນ ມີການປະກອບສ່ວນຢ່າງດີເລີດຂອງທ່ານ ເລດຶກເທາະ. ຂະບວນວິວັດແຫ່ງການເຈລະຈາສັນຍາ ປາຣີ ແມ່ນແກ່ຍາວທີ່ສຸດໃນປະຫວັດສາດການທູດໃນຍຸກທັນສະໄໝ, ສ້າງສຽງດັງກ້ອງກັງວານໃນໂລກ ແລະ ຫາງສຽງ, ສື່ມວນຊົນ ອາເມລິກາ ແລະ ເອີຣົບ ໄດ້ຍ້ອງຍໍຊົມເຊີຍດ້ວຍຄວາມເຄົາລົບນັບຖື

ເຖິງວ່າເຫດການດັ່ງກ່າວໄດ້ຜ່ານພົ້ນໄປເປັນເວລາຫຼາຍປີກໍຕາມ, ແຕ່ຂີດໝາຍຂອງທ່ານອະດີດທີ່ປຶກສາພິເສດ ເລດຶກເທາະ ໃນການເຈລະຈາສັນຍາ ປາຣີ (1968 - 1973) ກໍບໍ່ຖືກຫາຍໄປ. ຜົນງານນັ້ນ ແມ່ນຫຼັກໝາຍອັນເຫຼືອງເຫຼື້ອມໃນປະຫວັດສາດຂອງຂະແໜງການທູດ ຫວຽດນາມ, ນຳມາເຊິ່ງບົດຮຽນ, ປະສົບການອັນລ້ຳຄ່າສຳລັບກິດຈະການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນປັດຈຸບັນ./.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top