• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະລົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກວ່າ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)

ຕອນບ່າຍວັນທີ 21 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະສົນທະນາກັບ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະລົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກວ່າ; ທ່ານສະເໜີໃຫ້ 2 ຝ່າຍຫັນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ ກາຍເປັນເສົາຄ້ຳໃໝ່ໃນການພົວພັນ 2 ຝ່າຍ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການຮ່ວມມື, ສ້າງພື້ນຖານໂຄງລ່າງຫຼັກແຫຼ່ງ ຄື ປັນຍາປະດິດ (AI)…

ສ່ວນທ່ານປະທານສະພາແຫ່ງຊາດ Woo Won Shik ຢືນຢັນວ່າ ຈະໜູນຊ່ວຍ ຫວຽດນາມ ຈັດກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ - APEC 2027 ໃຫ້ສຳເລັດຜົນ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN)

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ 2 ຝ່າຍຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ 2 ປະເທດ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ມານະພະຍາຍາມຊຸກຍູ້ວິວັດການສັນຕິພາບຢ່າງຍາວນານຢູ່ແຫຼມ ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ປະຊາຄົມສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ປະຊາຄົມສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມແກ່ຍາວຢູ່ ຫວຽດນາມ, ພິເສດແມ່ນຢູ່ທາງພາກກາງ, ປະຊາຄົມສາກົນໄດ້ມີການກະທຳຢ່າງວ່ອງໄວເພື່ອໜູນຊ່ວຍໂດຍດ່ວນ.

Top