• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ, ອວຍພອນອະດີດເລຂາທິການໃຫຍ່ໂດ້ເມື່ອຍ


ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ​ຢ້ຽມຢາມ
 ອວຍພອນ​ອະດີດ​ເລຂາທິການ​ໃຫຍ່​ ໂດ້​ເມື່ອຍ
(ພາບ: dantri.com.vn)

      ຕອນ​ບ່າຍ​ວັນ​ທີ 1/2, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ​ໄດ້​ໄປຢ້ຽມຢາມ, ອວຍພອນ​ອະດີດ​ເລຂາທິການ​ໃຫຍ່​ ໂດ້​ເມື່ອຍ​ ຢູ່​ເຮື​ອນສ່ວນ​ຕົວ​ຂອງ​ເພິ່ນ. ທ່ານ ​ໂດ້​ເມື່ອຍ ​ໄດ້​ດຳລົງ​ຫຼາຍ​ຕຳ​ແໜ່​ງທີ່​ແຕກ​ຕ່າງ​ກັນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຂອງ​ຊາດ. ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ນັບ​ແຕ່​ເດືອນ 6/1991 - 12/1997, ທ່ານ ​ໂດ້​ເມື່ອຍ ​ໄດ້​ພ້ອມ​ກັບ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​​ເລຂາທິການ​ສາມັກຄີກັນ, ​ເປັນ​ເອກະ​ພາບ, ຊີ້​ນຳ, ນຳພາ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ປະຕິບັດ​ແນວທາງ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ປີວ​ອກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ອວຍພອນ​ໃຫ້ ອະດີດ​ເລຂາທິການ​ໃຫຍ່​ ໂດ້​ເມື່ອຍ ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ອາຍຸ​ຍືນ​ຍາວ, ສືບ​ຕໍ່​ປະ​ກອບ​ຄວາມ​ເຫັນ​ຢ່າງ​ສຸດ​ຈິດ​ສຸດໃຈ ​ແລະ ລຳ້​ຄ່າ, ປະກອບສ່ວນ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ກໍ່ສ້າງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top