• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ສ້າງລະບອບລະບຽບການຄວບຄຸມສິດອຳນາດເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ

      ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 21, ສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2021 ແລະ ປະກອບຄຳເຫັນໃສ່ລາຍການວຽກງານປີ 2022.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ  ໃນປີ 2021, ເຖິງວ່າໃນສະພາບໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ວຽກງານຂອງຄະນະກໍ່ໄດ້ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ແລະ ປະຕິບັດສຳເລັດຕາມແຜນການ.
        ກ່ຽວກັບໜ້າທີ່ຈຸດສຸມຂອງວຽກງານປີ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຈຸດສຸມແມ່ນສ້າງລະບອບລະບຽບການຄວບຄຸມສິດອຳນາດໃຫ້ສົມບູນແບບ ເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ຂົງເຂດທີ່ເກີດການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ໄດ້ງ່າຍ; ກົນໄກຄວບຄຸມຊັບສິນ, ລາຍຮັບ, ຮັບປະກັນໃຫ້ແທດຈິງ, ມີປະສິດທິຜົນ; ສຳຫຼວດກວດຄືນ, ແກ້ໄຂບ່ອນທີ່ຍັງບົກພ່ອງໃນກົນໄກ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການຮັບເໝົາ, ປະມູນ, ຄຸ້ມຄອງ, ນຳໃຊ້ທີ່ດິນ, ການເງິນ, ຊັບສິນຂອງລັດ…; ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກວດການ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງ, ເທດສະບານ ແລະ ຮ່າງກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງໂດຍກົງເຖິງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້.
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top