• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີຝລັ່ງ

      ຕອນບ່າຍວັນທີ 02 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບນາຍົກລັດຖະມົນຕີຝລັ່ງ)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຊົມເຊີຍເລື່ອງ 2 ຝ່າຍໄດ້ເສີມຂະຫຍາຍ ແລະ ຮັກສາທ່າພົວພັນຄູ່ຮ່ວມມືຍຸດທະສາດຜ່ານຫຼາຍກົນໄກ ແລະ ຮູບແບບການຮ່ວມມື. ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືຝລັ່ງ ແມ່ນຄູ່ຮ່ວມມືແຖວໜ້າຢູ່ເອີລົບ ກໍ່ຄືໃນໂລກ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຕັ້ງໜ້າສົມທົບກັນເພື່ອປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນຫຼາຍຂົງເຂດໃນໄລຍະຜ່ານມາ, ພ້ອມກັນມານະພະຍາຍາມຮັກສາທ່າພັດທະນາຢ່າງຕັ້ງໜ້າໃນການພົວພັນ 2 ຝ່າຍ…
        ສ່ວນທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ຖືວ່າ, ຫວຽດນາມ ແລະ ຝລັ່ງ ມີການພົວພັນພິເສດ, ໄມຕີຈິດ, ດ້ວຍການພັດທະນາຕັ້ງໜ້າຫຼາຍຢ່າງໃນຊຸມປີຜ່ານມາ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃຫ້ບັນລຸປະສິດທິຜົນໃນບັນດາຂົງເຂດໃນໄລຍຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top