ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານກອງປະຊຸມ ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້
ຕອນບ່າຍວັນທີ 17 ກັນຍາ, ທີ່ສຳນັກງານຫ້ອງວ່າການສູນກາງພັກ (ທີ່ ຮ່າໂນ້ຍ), ຄະນະປະຈຳຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ເພື່ອປຶກສາຫາລື, ປະກອບຄຳເຫັນກ່ຽວກັບໝາກຜົນຂອງການປະຕິບັດລາຍການວຽກງານຂອງຄະນະຊີ້ນຳ ປີ 2026 ແລະ ບັນດາການສະຫຼຸບຂອງຄະນະຊີ້ນຳ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງຄະນະຊີ້ນຳໃນວຽກງານສ້າງ ແລະ ສ້າງສຳເລັດລະບອບລະບຽບການ ໄດ້ຮັບການຍູ້ໄວ, ນຳເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ມະຕິເລກທີ 04 ຂອງຄະນະບໍລິຫານງານສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້ ເຂົ້າໃນການດຳລົງຊີວິດເທື່ອລະກ້າວ; ການກວດກາຄວບຄຸມສິດອຳນາດ, ຕິດຕາມກວດກາແຕ່ກ່ອນແຕ່ໄວ ແລະ ການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ ໄດ້ຮັບການຍູ້ແຮງ; ວຽກງານການປ້ອງກັນ, ຕ້ານການຟຸມເຟືອຍ ໄດ້ຕິດພັນກັບການແກ້ໄຂກິດຈະກຳ, ໂຄງການ, ຊັບສິນລະອຽດ ກັບການລຸລ່ວງແຫຼ່ງກຳລັງ ແລະ ກຳນົດຄວາມຮັບຜິດຊອບ.






