• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສິ້ນສຸດການຢ້ຽມຢາມ ທາງລັດຖະກິດ ສະຫະພັນ ລັດເຊຍ ຢ່າງຈົບງາມ

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນເອກະພາບຜັນຂະຫຍາຍບັນດາມາດຕະການຢ່າງແຮງເພື່ອພັດທະນາການຮ່ວມມື, ເສີມຂະຫຍາຍບົດບາດນຳໜ້າໃນການນຳພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້ພັດທະນາຢ່າງແທ້ຈິງກວ່າ
ທີ່ການພົບປະເຈລະຈາ (ພາບ: VNA)

ຕອ​ນ​ຄ່ຳ​ວັນ​ທີ 09 ກັນ​ຍາ (ຕ​າມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ, ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນ​ທາງອອກຈາກ ມົດ​ສະ​ກູ, ສິ້ນ​ສຸດການຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ຢ່າງ​ເປັນ​ທາງ​ການ. (ແຕ່ວັນທີ 07-09 ກັນຍາ 2026)

ກ່ອນໜ້ານັ້ນ, ຢ​ູ່ວັງ Kremlin, ທ່ານເລຂາທິການໃຫຍ່, ປະທານປະ​ເທດ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ.

ທີ່​ການພົບປະເຈລະຈາ, ການ​ນຳ 2 ທ່ານ​ໄດ້​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າໃນການ​ນຳພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້​ພັດ​ທະ​ນາຢ່າງ​ແທ້​ຈິງກວ່າ; ​ສູ້​ຊົນບັນ​ລຸມູນຄ່າການຄ້າ 2 ຝ່າຍໃຫ້ໄດ້ 15 ຕື້ USD ໂດຍ​ໄວ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ພາບສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຂອງ 2 ປະເທດເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການລົງທຶນ, ຮ່ວມມື. ​ການ​ນຳ 2 ທ່ານຢືນຢັນວ່າ ພະລັງງານ ແລະ ນ້ຳມັນອາຍ​ແກັດ​ສືບ​ຕໍ່​ເປັນເສົາຄ້ຳ ສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ... ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບການຮ່ວມມື ດ້ານພະລັງງານ​ປະ​ລະ​ມາ​ນູເພື່ອຈຸດປະສົງສັນຕິພາບ, ການ​ນຳ 2 ທ່ານ​ຕີ​ລາ​ຄາ​ວ່າ ນີ້ແມ່ນຂົງເຂດທີ່ມີຄວາມໝາຍຍຸດທະສາດ, ​ອາດສາ​ມາດສ້າງ​ຂີດ​ໝາຍໃໝ່​ໃຫ້​ແກ່ການພົວພັນ​ຂອງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳກັນຈະສືບຕໍ່ເສີມສ້າງເສົາຄ້ຳຍຸດທະສາດ ການຮ່ວມມືດ້ານປ້ອງກັນຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົ​ບ, ຄວາມ​ໝັ້ນ​ຄົງ ແລະ ເຕັກ​ນິກການທະຫານ; ເພີ່ມທະວີການສຶກ​ສາ​ບຳ​ລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ​ເພີ່ມ​ທະ​ວີ​ການຮ່ວມມືໃນດ້ານວັດທະນະທຳ, ສິລະປະ, ກິລາ, ແລະ ການທ່ອງທ່ຽວຕື່ມອີກ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ໄປຢ້ຽມຢາມທາງ​ລັດ​ຖະ​ກິດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2027 ທີ່​ຈະ​ຈັດ​ຂຶ້​ນ​ຢູ່ ​ຝູກວັກ ໃນເດືອນ ພະຈິກ 2027. ທ່ານປະທານາທິບໍດີ ລັດເຊຍ ຢືນຢັນວ່າ ຈະສົມ​ທົບ​ກັບ ຫວຽດນາມ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ APEC 2027.

  ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ (ພາ​ບ: VNA)  

ເນື່ອງ​ໃນ​ໂອ​ກາດການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ແຕ່ວັນທີ 07 - 09 ກັນຍາ, 2 ຝ່າຍໄດ້ ອອກຖະແຫຼງການຮ່ວມກ່ຽວກັບການປັບ​ປຸງ​ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃນໄລຍະໃໝ່​ຫຼາຍກວ່າ​ອີກ. ຖະແຫຼງການຮ່ວມໄດ້ຢືນຢັນ​ການ​ປັ​ບ​ປຸງ ແລະ ພັດທະນາການພົວພັນ 2 ຝ່າຍແມ່ນ​ການ​ຄັດ​ເລືອກ​ໃນ​ໄລຍະຍາວ ແລະ ໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍ ການຕ່າງປະເທດຂອງແຕ່ລະປະເທດ. ຖະແຫຼງການຮ່ວມກໍ່ໄດ້ຢືນຢັນການຊຸກຍູ້ ການຮ່ວມມື 2 ຝ່າຍໃນຂົງເຂດວັດທະນະທຳ, ແຮງງານ, ທ່ອງທ່ຽວລະຫວ່າງ 2 ປະເທດ. ກ່ຽວກັບການຮ່ວມມືສາກົນ, ທັງ 2 ຝ່າຍສະໜັບສະໜູນການສ້າງ ຄວາມ​ເປັນລະບຽບ​ຮຽບ​ຮ້ອຍໂລກຫຼາຍຂົ້ວໃຫ້​ມີຍຸດຕິທຳ ແລະ ຍືນຍົງກວ່າເກົ່າ.

 

 

 

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top