• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຄຸນຄ່າເອກະສານຕ້ອງສະແດງໃຫ້ເຫັນຄວາມສາມາດແກ້ໄຂບັນຫາໃນຕົວຈິງ

ເອກະສານທັງ 6 ສະບັບນັ້ນພ້ອມກັນມຸ່ງໄປເຖິງການຍົກສູງກຳລັງນຳພາ, ກຳອຳນາດ, ກຳລັງຕໍ່ສູ້ຂອງພັກ; ສ້າງຖັນແຖວພະນັກງານນຳໜ້າ, ເປັນແບບຢ່າງ, ກ້າຄິດກ້າທຳ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳກອງປະຊຸມ. (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 03 ກັນ​ຍາ, ຢູ່ ຮ່າ​ໂນ້ຍ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຄົ້ນ​ຄວ້າ, ຮ່ຳ​ຮຽນ, ຊາບ​ຊຶມ ແລະ ຜັນ​ຂະ​ຫ  ຍາຍ​ການ​ປະ​ຕິ​ບັດ​ມະ​ຕິ, ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ຈຳ​ນວນ​ໜຶ່ງ. ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ເລ​ມິນ​ຮຶງ, ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ເຂົ້າ​ຮ່ວມກອງ​ປະ​ຊຸມ. ກອງ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່​ກັບ​ກວ່າ 35.000 ຈຸດ​ເຊື່ອມ​ຕໍ່​ສົດ​ໂດຍ​ມີ​ຜູ້​ແທນ​ເຂົ້າ​ຮ່ວມກວ່າ 3,7 ລ້ານ​ຄົນ.

ເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມບໍ່​ພຽງ​ແຕ່ແມ່ນ​ການ​ຊາບ​ຊຶມ​ມະ​ຕິ 5 ສະ​ບັບ, ຄຳ​ສັ່ງ 1 ສະ​ບັບ​ຂອງ​ກົມ​ການ​ເມືອງ, ເຊິ່ງ​ເປີດ​ອອກ​ໄລ​ຍ​ະ​ຕົກ​ລົງ​​ແມ່ນການ​​ຈັດ​ຕັ້ງປະ​ຕິ​ບັດ. ຄຸນ​ຄ່າ​ຂອງ​ເອ​ກະ​ສານ​ສະ​ແດງ​ອອກ​ຜ່ານ​ຄວາມ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໃນ​ຕົວ​ຈິງ, ສ້າງ​ການ​ຫັນ​ປ່ຽນ​ເຊິ່ງ​ປະ​ຊາ​ຊົນ​ສາ​ມາດ​ເຫັນໄດ້.

ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ຕ້ອງ​ສ້າງ​ລະ​ບອ​ບ​ລະ​ບຽບ​ການ​ໃຫ​້​ສົມ​ບູນ​ແບບ, ຈັດ​ແບ່ງ​ສິດ​ອຳ​ນາດ, ຮັບ​ປະ​ກັນ​ແຫຼ່ງ​ກຳ​ລັງ ແລະ ຄຸ​້ມ​ຄອງ​ຄວາມ​ສ່ຽງ. ພ້ອມ​ກັນ​ນັ້ນ, ​ກໍ່ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ; ຖືນີ້​ແມ່ນ​ຂອດ​ຕັດ​ສິນ​ຍົກ​ອອກ​ມະ​ຕິ, ຄ​ຳ​ສັ່ງ​ໃຫ້​ເຂົ້າ​ສູ່​ຊີ​ວິດ.

“ຈຸດ​ໃໝ່​ຂອງ​ຄຳ​​ສັ່ງ​ເລກ​ທີ 07 ແມ່ນ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໄປ​ສູ່ການ​ປະ​ຕິ​ບັດ​ເປັນ​ປະ​ຈຳ, ຖື​ເປັນ​ສຳ​ຄັນ​​ແບບວີ​ທີ ໂຮ່​ຈີ​ມິນ: ກຳ​ແໜ້ນ, ຄົ້ນ​ຄວ້າ​ຕົວ​ຈິງ​ຢ່າງ​ລະ​ອຽດ​ກ່ອນ​ທີ່​ຈະ​ຕົກ​ລົງ; ເລືອ​ກ​ເອົາ​ວຽກ​ງານ​ຈຸດ​ສຸມ​ໃຫ້​ຖືກ​ຕ​້ອງ; ເຮັດ​ວຽກ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ມີ​ວິ​ທະ​ຍາ​ສາດ; ອີງ​ໃສ່​ປະ​ຊາ​ຊົນ, ຮັບ​ຟັງ​ປະ​ຊາ​ຊົນ, ພາຍ​ໃຕ້​ການກວດ​ກາ​ຂອງ​ປະ​ຊາ​ຊົນ. ​ແບບວິ​ທີ​ການນັ້ນ​ຕ້ອງ​ກາຍ​ເປັນ​​ຄວາມ​ສາ​ມາດ​ປະ​ຕິ​ບັດວຽກ​ງານ​ປະ​ຈ​ຳ​ວັນ, ກາຍ​ເປັນ​​ວັດ​ທະ​ນະ​ທຳ​ໃນ​ການ​ນຳພ​າ, ວັດ​ທະ​ນະ​ທຳ​​ສາ​ທ​າ​ລະ​ນະ, ວັດ​ທະ​ນະ​ທຳ​ການ​ປະ​ພຶດ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຢ​ືນ​ຢັນ​ວ່າ ​ເອ​ກະ​ສານທັງ 6 ສະ​ບັບ​ນັ້ນ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ກຳ​ລັງ​ນຳ​ພ​າ, ກຳ​ອຳ​ນາດ, ກຳ​ລັງ​ຕໍ່​ສູ້​ຂອງ​ພັກ; ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ນຳ​ໜ້າ, ເປັນ​ແບບ​ຢ່າງ, ກ້າ​ຄິດ​ກ້າ​ທຳ; ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງລຸ​ລ່ວງ; ຈັດ​ພື້ນ​ທີ່​ການ​ພັດ​ທະ​ນ​າ​ຄືນ​ໃໝ່; ນຳ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ກຳ​ລັງ​ໜູນ​ກາ​ນ​ເຕີບ​ໂຕ, ເສີມ​ຂະ​ຫຍາຍ​ສຸກ​ແຫຼ່ງ​ກຳ​ລັງ​ຂອງ​ຊາດ.

ບັນ​ດາ​ເອ​ກະ​ສານ​ໄດ້​ຄົ້ນ​ຄວ້າ, ຊາບ​ຊຶບ​ທີ່ກອງ​ປະ​ຊຸມ​ລວມ​ມີ:

- ມະ​ຕິ​ເລກ​ທີ 07 – CT/TW ລົງ​ວັນ​ທີ 13/07/2026 ກ່ຽວ​ກັບ​ການ “ຍູ້​ແຮງ​ການ​ຮ່ຳ​ຮຽນ, ປະ​ຕິ​ບັດ​ແນວ​ຄິດ, ຄຸນ​ສົມ​ບັດ, ​ແບບວິ​ທີ, ວິ​ຖີ ໂຮ່​ຈີ​ມິນ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່”.

- ມະ​ຕິ​ເລກ​ທີ 23 – NQ/TW ລົງ​ວັນ​ທີ 02/08/2026 ກ່ຽວ​ກັບ “ວຽກ​ງານ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ”

- ມະ​ຕິ​ເລກ​ທີ 25 – NQ/TW ລົງ​ວັນ​ທີ 22/08/2025 ກ່ຽວ​ກັບ “ຍຸດ​ທະ​ສາດວຽກ​ງານ​ແນວ​ຄິດ​ໃນ​ສະ​ພາບ​ການ​ໃໝ່”.

- ມະ​ຕິ​ເລກ​ທີ 24 – NQ/TW ລົງ​ວັນ​ທີ 22/08 ກ່ຽວ​ກັບ “ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ນຳ​ໜ້າ, ເປັນ​ແບບ​ຢ່າງ, ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ໃນ​ສັງ​ກາດ​ໃໝ່”.

- ມະ​ຕິ​ເລກ​ທີ 26 – NQ/TW ລົງ​ວັນ​ທີ 22/08/2026 ກ່ຽວ​ກັບ “ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ໃນ​ສັງ​ກາດ​ໃໝ່”.

- ມະ​ຕິ​ເລກ​ທີ 27 – NQ/TW ລົງ​ວັນ​ທີ 28/08/2026 ກ່ຽວ​ກັບ “ພັດ​ທະ​ນາ​ບັນ​ດາ​ເຂດ​ພາກ ແລະ ຈັດພື້ນ​ທີ່​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ໃໝ່.”

(ແຫຼ່ງຄັດຈາກ VOV)

ເສດ​ຖະ​ກິດ​ເດືອນ​ສິງ​ຫາ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດ​ເດືອນ​ສິງ​ຫາ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ຫວຽດ​ນາມ ​ສືບ​ຕໍ່ແມ່ນ​ຈຸດ​​ນັດ​ພົບ​ທີ່​ດຶດງ​ດູ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ສະ​ແດງ​ອອກ​ດ້ວຍ​ຕົວ​ເລກ 1.99 ລ້ານ​ເທື່ອ​ຄົນ​ມາ ຫວຽດ​ນາມ​ໃນ​ເດືອນ​ຜ່ານ​ມາ.

Top