ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ໂຄງການ, ຮ່າງກົດໝາຍ 27 ສະບັບ ແລະ ບັນດາເນື້ອໃນກ່ຽວຂ້ອງເຖິງວຽກງານສ້າງກົດໝາຍ.
ຕາມແຜນການ, ວາລະປະຊຸມໄດ້ຈັດເປັນ 2 ວາລະ (ພາບ: VNA)
ວາລະປະຊຸມຄັ້ງທີ 6 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 03 ກັນຍາ, ຢູ່ຫ້ອງປະຊຸມ ເຕິນຈ່າວ, ຫໍສະພາແຫ່ງຊາດ (ຮ່າໂນ້ຍ). ຕາມແຜນການ, ວາລະປະຊຸມໄດ້ຈັດເປັນ 2 ວາລະ. ວາລະທີ 1 ຈັດຂຶ້ນເປັນມື້ໜຶ່ງ (ຕອນບ່າຍວັນທີ 03 ກັນຍາ ແລະ ຕອນເຊົ້າວັນທີ 04 ກັນຍາ); ວາລະທີ 2 ຈັດຂຶ້ນເປັນ 4 ມື້ເຄິ່ງ (ແຕ່ວັນທີ 21 ກັນຍາ ຮອດຕອນເຊົ້າວັນທີ 25 ກັນຍາ).
ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ໂຄງການ, ຮ່າງກົດໝາຍ 27 ສະບັບ ແລະ ບັນດາເນື້ອໃນກ່ຽວຂ້ອງເຖິງວຽກງານສ້າງກົດໝາຍ. ໃນນັ້ນ, ມີຫຼາຍຮ່າງກົດໝາຍສຳຄັນ, ຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຫຼັກຊັບ; ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນຊີ, ກົດໝາຍວ່າດ້ວຍການກວດສອບບັນຊີເອກະລາດ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍເດັກນ້ອຍ, ກົດໝາຍວ່າດ້ວຍຄົນພິການ…
ຄະນະປະຈຳສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາຮ່າງມະຕິ, ວຽກງານຕິດຕາມກວດກາ, ແຜນຮ່າງໂຄງການເປົ້າໝາຍແຫ່ງຊາດ…
(ແຫຼ່ງຄັດຈາກ VOV)