ຂ່າວສານ

ໄຂວາລະປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ໂຄງການ, ຮ່າງກົດໝາຍ 27 ສະບັບ ແລະ ບັນດາເນື້ອໃນກ່ຽວຂ້ອງເຖິງວຽກງານສ້າງກົດໝາຍ.
ຕາມແຜນການ, ວາລະປະຊຸມໄດ້ຈັດເປັນ 2 ວາລະ (ພາບ​: VNA)

ວາ​ລະ​ປະ​ຊຸມ​ຄັ້ງ​ທີ 6 ຂອງ​ຄ​ະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 03 ກັນ​ຍາ, ຢູ່​ຫ້ອງ​ປະ​ຊຸມ ເຕິນ​ຈ່າວ, ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ). ຕາມ​ແຜນ​ການ, ວາ​ລະ​ປະ​ຊຸມ​ໄດ້​ຈັດເປັນ 2 ວາ​ລະ. ວາ​ລະ​ທີ 1 ຈັດ​ຂຶ້ນ​ເປັນ​ມື້​ໜຶ່ງ (ຕອນ​ບ່າຍ​ວັນ​ທີ 03 ກັນ​ຍາ ແລະ ຕອ​ນ​ເຊົ້າ​ວັນ​ທີ 04 ກັນ​ຍາ); ວາ​ລະ​ທີ 2 ຈັດ​ຂຶ້ນເປັນ 4 ມື້​ເຄິ່ງ (ແຕ​່​ວັນ​ທີ 21 ກັນ​ຍາ ຮອດ​ຕອນ​ເຊົ້າ​ວ​ັນ​ທີ 25 ກັນ​ຍາ).

ທີ່ວາ​ລະ​ປະ​ຊຸມນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ໂຄງ​ການ, ​ຮ່າງ​ກົດ​ໝາຍ 27 ສະ​ບັບ ແລະ ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິ​ງວຽກ​ງານ​ສ້າງ​ກົດ​ໝາຍ. ໃນ​ນັ້ນ, ມີ​ຫຼາຍ​ຮ່າງ​ກົດ​ໝາຍ​ສຳ​ຄັນ, ຄື: ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​​ຂອງ​ກົດ​ໝາຍ​ວ່າ​ດ້ວຍຫຼັກ​ຊັບ; ກົດ​ໝາຍວ່າ​ດ້ວຍ​ການ​ປັ​ບ​ປຸງ​ເພີ່ມ​ເຕີມ​​ບາງມາດ​ຕາ​​ຂອງ​ກົດ​ໝາຍ​ວ່າ​ດ້ວຍບັນ​ຊີ, ກົດ​ໝາຍ​ວ່າ​ດ້ວຍ​ການກວ​ດ​ສອບ​ບັນ​ຊີ​ເອ​ກະ​ລາດ; ກົດ​ໝາຍວ່າ​ດ້​ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂ​ອງ​ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ, ກົດ​ໝາຍ​ວ່າ​ດ້ວຍ​ຄົນ​ພິ​ການ…

ຄະ​ນະ​ປ​ະ​ຈຳ​ສະ​ພາ​ແຫ່ງ​ຊາດກໍ່​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ຮ່າງ​ມະ​ຕິ, ວຽກ​ງານ​ຕິດ​ຕາມກວດ​ກາ, ແຜນ​ຮ່າງ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ…


top