ໜຶ່ງໃນບັນດາໜ້າທີ່ສຳຄັນແມ່ນ ຫັນປ່ຽນບັນດາການກຳນົດທິດການຮ່ວມມືໃຫ້ກາຍເປັນໂຄງການລະອຽດ, ສ້າງບັນດາກະແສການຄ້າ ແລະ ການລົງທຶນຢ່າງແທ້ຈິງ.
ບັນດາຜູ້ແທນເຂົ້າຮ່ວມວາລະໂອ້ລົມສົນທະນາດຳເນີນທຸລະກິດ ລັດເຊຍ - ອາຊຽນ (ພາບ: VNA)
ວົງເງິນການຄ້າລະຫວ່າງ ລັດເຊຍ ແລະ ອາຊຽນ ໄດ້ເພີ່ມຂຶ້ນເກືອບ 58% ໃນໜຶ່ງທົດສະວັດຜ່ານມາ, ບັນລຸປະມານ 21 ຕື້ USD ໃນປີ 2025. ນີ້ແມ່ນຄຳຢືນຢັນຂອງທ່ານ ໂງວັນຕວັນ, ລັດຖະມົນຕີກະຊວງການເງິນ ຫວຽດນາມ, ເມື່ອກ່າວຄຳເຫັນທີ່ວາລະໂອ້ລົມສົນທະນາດຳເນີນທຸລະກິດ ລັດເຊຍ - ອາຊຽນ ຈັດຂຶ້ນໃນວັນທີ 02 ກັນຍາ, ໃນຂອບເຂດເວທີປາໄສເສດຖະກິດຝ່າຍຕາເວັນອອກຄັ້ງທີ 11 ຢູ່ Vladivostok, ເຂດຕາເວັນອອກໄກ, ສະຫະພັນ ລັດເຊຍ.
ຕາມທ່ານລັດຖະມົນຕີ ໂງວັນຕວັນ, ໜຶ່ງໃນບັນດາໜ້າທີ່ສຳຄັນແມ່ນ ຫັນປ່ຽນບັນດາການກຳນົດທິດການຮ່ວມມືໃຫ້ກາຍເປັນໂຄງການລະອຽດ, ສ້າງບັນດາກະແສການຄ້າ ແລະ ການລົງທຶນຢ່າງແທ້ຈິງ.
“ໃນການພົວພັນ ລັດເຊຍ - ອາຊຽນ, ຫວຽດນາມ ມີທີ່ຕັ້ງພິເສດ, ວົງເງິນການຄ້າກັບ ລັດເຊຍ ບັນລຸປະມານ 4,77 ຕື້ USD ໃນປີ 2025, ເທົ່າກັບປະມານ ¼ ວົງເງິນການຄ້າ ລັດເຊຍ - ອາຊຽນ; ພ້ອມກັນນັ້ນ ຫວຽດນາມ ແມ່ນປະເທດ ອາຊຽນ ທຳອິດເຊັນສັນຍາການຄ້າເສລີ (FTA) ກັບພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU). ດ້ວຍເຄືອຂ່າຍ FTA ກວ້າງໃຫຍ່, ຫວຽດນາມ ອາດສາມາດກາຍເປັນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດ ລັດເຊຍ ເຂົ້າເຖິງຕະຫຼາດ ອາຊຽນ ແລະ ບັນດາຕະຫຼາດສາກົນ, ໃນຂະນະນັ້ນ, ເຂດຕາເວັນອອກໄກຂອງ ລັດເຊຍ ສາມາດເປີດໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອາຊຽນ ເຂົ້າເຖິງຕະຫຼາດ ລັດເຊຍ ແລະ ເຂດເສດຖະກິດ ອາຊີ - ເອີລົບ”.
ສິ່ງທີ່ໜ້າສົນໃຈ, ຫວຽດນາມ ສະເໜີຄົ້ນຄວ້າສ້າງແລວ logistics ຕາເວັນອອກໄກ - ຫວຽດນາມ - ອາຊຽນ, ເຊື່ອມຕໍ່ການຂົນສົ່ງຢູ່ທ່າກຳປັ່ນ, ສາງເກັບ, ສາງແຊ່ເຢັນ, ສູນຈຳໜ່າຍ ແລະ ບັນດາຮາກຖານຜະລິດ.
(ແຫຼ່ງຄັດຈາກ VOV)