ຈີນ ໄດ້ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ ໃນຮອບເວລາ 17 ປີຢ່າງລຽນຕິດ, ໃນຂະນະທີ່ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນເວລາ 6 ປີຢ່າງລຽນຕິດ.
ການປະຊຸມຖະແຫຼງຂ່າວ (ພາບ: VNA)
ປີ 2025, ເປັນຄັ້ງທຳອິດວົງເງິນການຄ້າ 2 ສົ້ນ ຈີນ - ອາຊຽນ ລື່ນຕົວເລກ 1.000 ຕື້ USD, ບັນລຸ 1.050 ຕື້ USD, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ປີ 2024. ສະນັ້ນ, ຈີນ ໄດ້ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ ໃນຮອບເວລາ 17 ປີຢ່າງລຽນຕິດ, ໃນຂະນະທີ່ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນເວລາ 6 ປີຢ່າງລຽນຕິດ. ຂໍ້ມູນດັ່ງກ່າວໄດ້ຍົກອອກມາໃນວັນທີ 01 ກັນຍາ, ທີ່ການປະຊຸມຖະແຫຼງຂ່າວຂອງຫ້ອງການສື່ສານສະພາຜູ້ແທນປະຊາຊົນ ຈີນ.
ຕາມທ່ານ Yan Dong, ຮອງລັດຖະມົນຕີກະຊວງການຄ້າ ຈີນ ແລ້ວ, ການຮ່ວມມືໃນລະບົບຜະລິດ ແລະ ສະໜອງນັບມື້ນັບເລິກເຊິ່ງ, ກວ້າງຂວາງແມ່ນຈຸດພົ້ນເດັ່ນໃນການພົວພັນດ້ານເສດຖະກິດ ຈີນ - ອາຊຽນ. ພ້ອມກັນນັ້ນ, ຈີນ ແລະ ອາຊຽນ ກໍ່ຍູ້ແຮງການເຊື່ອມຕໍ່ລະບົບອຸດສາຫະກຳ, ປະກອບສ່ວນຮັກສາຄວາມເປັນປົກກະຕິຂອງລະບົບຜະລິດ ແລະ ສະໜອງໃນພາກພື້ນ. ພ້ອມກັນນັ້ນ, ເລື່ອງເຊັນອະນຸສັນຍາຍົກລະດັບເຂດການຄ້າເສລີ ຈີນ - ອາຊຽນ ລຸ້ນທີ 3 ໄດ້ອະນຸຍາດເປີດກວ້າງການຮ່ວມມືດ້ານການຄ້າເສລີ ແລະ ວິວັດທະນາການເຊື່ອມໂຍງເສດຖະກິດໄປສູ່ບັນດາຂົງເຂດໃໝ່, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ...
(ແຫຼ່ງຄັດຈາກ VOV)