• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງເລຂາທິການໃຫຍ່ ສປຊ ຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ

ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ.

ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix  ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ. 

  ພົນຈັດຕະວາ ຮ່ວາງກິມຟຸ່ງ ແລະ ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix   

ເນື່ອງໃນໂອກາດມາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມສາກົນກ່ຽວກັບແມ່ຍິງດ້ວຍການເຄື່ອນໄຫວຮັກສາສັນຕິພາບ ສປຊ ທີ່ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 26 ພະຈິກ, ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ໄດ້ໄປຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ).

ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix  ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ. ທ່ານ Jean-Pierre Lacroix ໃຫ້ຄຳໝັ້ນສັນຍາວ່າ ໃນອາຍຸການດຳລົງຕຳແໜ່ງຂອງຕົນ, ຈະເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປຊ ແລະ ຫວຽດນາມ, ພິເສດໃນຂົງເຂດຮັກສາສັນຕິພາບ ສປຊ.

ທ່ານຮອງເລຂາທິການໃຫຍ່ ສປຊ ກໍ່ຕີລາຄາສູງເລື່ອງກົມຮັກສາສັນຕິພາບ ສປຊ ຫວຽດນາມ ໄດ້ເປັນປະທານ ແລະ ສົມທົບກັບບັນດາຄູ່ຮ່ວມມືສາກົນຈັດຕັ້ງຊຸດຝຶກແອບສາກົນ ກ່ຽວກັບການຮັກສາສັນຕິພາບບັນລຸຜົນສຳເລັດ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນສູນຝຶກແອບລະດັບພາກພື້ນກ່ຽວກັບການຮັກສາສັນຕິພາບ.

 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top