• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ.

    

ທ່ານຮອງລັດຖະມົນຕີການຕ່າງປະເທດຮ່າກິມງອັກ ຕ້ອນຮັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ Bonnie D.Jenkins

(ພາບ: TTXVN)

ວັນທີ 08 ກັນຍາ, ທີ່ການຕ້ອນຮັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ Bonnie D.Jenkins ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ, ການປ່ຽນແປງຂອງດິນຟ້າອາກາດ… ສ່ວນທ່ານນາງຮອງລັດຖະມົນຕີ Bonnie D.Jenkins ຢືນຢັນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ. ໃນນັ້ນ, ທ່ານຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນວິວັດທະນາການຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍທົ່ວໂລກ, ພ້ອມທັງຢືນຢັນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນໃນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ ແລະ ການປ້ອງກັນ ຕ້ານໂລກລະບາດ, ຄວາມໝັ້ນຄົງທາງການບິນ, ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ຊຸກຍູ້ບົດບາດຂອງແມ່ຍິງໃນສັນຕິພາບ ແລະ ຄວາມໝັ້ນຄົງ…

        ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ, ວັນທີ 09 ກັນຍາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ Bonnie D.Jenkins ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ກວາງຈີ້ ກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກຫຼັງສົງຄາມ. ທ່ານນາງ Jenkins ສະແດງຄວາມປາດຖະໜາວ່າ ຈະສືບຕໍ່ຮ່ວມມືກັບທ້ອງຖິ່ນກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກຫຼັງສົງຄາມຢ່າງແໜ້ນແຟ້ນກວ່າອີກ. ທ່ານນາງກໍ່ຕີລາຄາສູງບົດບາດໃຫຍ່ຫຼວງຂອງແມ່ຍິງໃນວຽກງານແກ້ໄຂ, ມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມໃນບໍລິເວນແຂວງ...

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top