• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີ໊ວິ້ງ ຕອບສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ

      ວັນທີ 5 ກັນຍາ, ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ ໄດ້ມີການສໍາພາດທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ,ໃນນັ້ນໄດ້ເຕື້ອງເຖິງບັນດາເນື້ອໃນຕົ້ນຕໍຂອງການເຈລະຈາດ້ານປ້ອງກັນຊາດ ເຊີອູນ (SDD) ຂັ້ນຮອງລັດຖະມົນຕີ ຄັ້ງທີ ເຊິ່ງພວມດໍາເນີນຢູ່ນະຄອນຫຼວງ ເຊີອູນ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ  ຕອບສໍາພາດ ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ(ພາບ: TTXVN)
      ທ່ານພົນໂທ ຫງວຽນຈີ໊ວີ້ງ ໃຫ້ຂໍ້ສັງເກດວ່າ ເນື້ອໃນທໍາອິດທີ່ຈະໄດ້ນໍາມາປຶກສາຫາລືທີ່ເວທີປາໄສຄັ້ງນີ້ ແມ່ນບັນຫາສັນຕິພາບໃນແຫຼມເກົາຫຼີ ດ້ວຍບັນດາຜົນງານ, ໝາກຜົນ ທີ່ບັນລຸໄດ້ໃນ 2 – 3 ປີຜ່ານມາ, ພິເສດແມ່ນບົດບາດຂອງຫວຽດນາມ ແລະ ສິງກະໂປໃນການຈັດຕັ້ງບັນດາກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ກໍໄດ້ຮັບການຕີລາຄາສູງ. ຫົວຂໍ້ທີສອງ ເຊິ່ງບັນດານັກຮຽນຮູ້ກໍຄືການນໍາດ້ານການປ້້ອງກັນຊາດມີຄວາມສົນໃຈນັ້ນແມ່ນບັນຫາຄວາມໝັ້ນຄົງຢູ່ທະເລ. ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າ ປັດຈຸບັນ ມີຄວາມວິຕົກກັງວົນຫຼາຍຢ່າງຕໍ່ເລື່ອງກົດໝາຍສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ພວມຖືກລະເມີດຢ່າງຮ້າຍແຮງ ແລະ ມີການນໍາໃຊ້ກໍາລັງອາວຸດ, ຫັນເປັນການທະຫານໃນເຂດທະເລລວມຂອງໂລກ, ລະເມີດເຖິງສິດຂອງບັນດາປະເທດແຄມທະເລ ແລະ ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີ - ປາຊີຟິກ.
        ທ່ານພົນໂທ ຫງວຽນຈີ໊ວີ້ງ ໃຫ້ຮູ້ວ່າ ບັນຫາຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ກໍແມ່ນຫົວຂໍ້ໜຶ່ງທີ່ໄດ້ນໍາມາປຶກສາຫາລືຢູ່ເວທີປາໄສຄັ້ງນີ້. ໃນວາລະປະຊຸມກ່ຽວກັບຫົວເລື່ອງທີ່ຖືກຈັດຂຶ້ນໃນວັນທີ 4 ກັນຍາ, ຄະນະຜູ້ແທນຫວຽດນາມ ກໍ່ໄດ້ມີບົດກ່າວປາໄສກ່ຽວກັບບັນຫາດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top