ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ
ຕອນບ່າຍວັນທີ 04 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມ ຮັບຟັງບົດລາຍງານ, ການປະກອບຄຳເຫັນໃສ່ຮ່າງມະຕິກຳນົດພາລະບົດບາດ, ໜ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກະຊວງໃໝ່ ພາຍຫຼັງໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດເຂົ້າເປັນໜຶ່ງ).
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ: ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ… ດ້ວຍຫຼາຍແນວຄວາມຄິດຄຸ້ມຄອງໃໝ່. ທ່ານເນັ້ນໜັກວ່າ:
“ຢາກບັນລຸຜົນສຳເລັດ, ທາງກະຊວງຕ້ອງຊຸກຍູ້ວິວັດການຫັນປ່ຽນ ຫັນເປັນສີຂຽວ. ກະສິກຳໄປພ້ອມກັບບັນດາໜ້າທີ່ເສດຖະກິດກະສິກຳ, ມັນກວ້າງກວ່າທີ່ການຜະລິດກະສິກຳ, ມັນໄປພ້ອມກັບການຫັນປ່ຽນແຫຼ່ງຊັບພະຍາກອນມະນຸດໃນຂົງເຂດກະສິກຳຊົນນະບົດ, ມັນຫັນປ່ຽນໂຄງປະກອບເສດຖະກິດຂອງກະສິກຳ. ຖ້າໄດ້ເຕື້ອງເຖິງໜ້າທີ່ນີ້ຢ່າງຈະແຈ້ງ, ພວກເຮົາຈະສ້າງການຫັນປ່ຽນຢ່າງໄວກວ່າ”.