• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໂຮມປະຊຸມຄະນະຊີ້ນຳສູນກາງປະຕິບັດໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ

ຕອນບ່າຍ ວັນທີ 10 ມີນາ ຢູ່ ສຳນັກງານລັດຖະບານ, ຄະນະຊີ້ນຳສູນກາງ ປະຕິບັດໂຄງການເປົ້າໝາຍແຫ່ງຊາດ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. 


 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມ

ພາບ:baochinhphu.vn


ປີ 2019 ງົບປະມານສູນກາງ ໄດ້ຈັດແບ່ງໃຫ້ໂຄງການເປົ້າໝາຍແຫ່ງຊາດ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນ ກວ່າ 446 ລ້ານ USD. ຄຽງຄູ່ກັນນັ້ນ ງົບປະມານສູນກາງ ສືບຕໍ່ຈັດແບ່ງເພື່ອປະຕິບັດບັນດານະໂຍບາຍເພື່ອຄອບຄົວທຸກຍາກ, ຄອບຄົວໃກ້ຈະຖືກຈັດເຂົ້າບັນຊີລາຍຊື່ຄອບຄົວທຸກຍາກ. ທີ່ກອງປະຊຸມ , ບັນດາສະມາຊິກຄະນະຊີ້ນຳ ເປັນເອກະພາບເປົ້າໝາຍຂອງໂຄງການດັ່ງກ່າວໃນປີ 2020 ແມ່ນຫລຸດອັດຕາຄອບຄົວທຸກຍາກໃນທົ່ວປະເທດລົງໃນລະດັບສະເລ່ຍ 1 – 1,5%/ປີ. ໄລຍະແຕ່ປີ 2021- 2025 ສືບຕໍ່ ປະຕິບັດໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ບາງຄຳເຫັນສະເຫນີໃຫ້ບຸລິມະສິດລົງທຶນໃຫ້ບັນດາທ້ອງຖິ່ນຢູ່ເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ.
 (ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top