• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ

      ຫຼຽນໄຊແຮງງານຊັ້ນ 1 ນີ້ແມ່ນສົມກັບການຮັບຮູ້ຂອງພັກ ແລະ ລັດຫວຽດນາມສຳລັບການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດລາວເຂົ້າໃນສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດຫວຽດນາມ ໃຫ້ແກ່ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວປະຈຳ ສສ.ຫວຽດນາມ (ພາບ: VGP)
      ຕອນບ່າຍວັນທີ 19 ກັນຍາ, ທີ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດຫວຽດນາມ ໃຫ້ແກ່ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວປະຈຳ ສສ.ຫວຽດນາມ. ກ່ອນນັ້ນ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳ ສສ.ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ໃນໄລຍະເກືອບ 4 ປີທີ່ປະຕິບັດງານຢູ່ ສສ.ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ແລະ ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ ໃນທຸກໆຂົງເຂດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມຢັ້ງຢືນວ່າ: ຫຼຽນໄຊແຮງງານຊັ້ນ 1 ນີ້ແມ່ນສົມກັບການຮັບຮູ້ຂອງພັກ ແລະ ລັດຫວຽດນາມສຳລັບການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດລາວເຂົ້າໃນສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ.
        ສ່ວນທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ກໍ່ໄດ້ຢັ້ງຢືນວ່າ: ພັກ ແລະ ລັດຖະບານລາວ, ຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດອັນເປັນມູນເຊື້ອລະຫວ່າງລາວ-ຫວຽດນາມ; ແລະ ເນັ້ນໜັກວ່າ: ເມື່ອທ່ານກັບຄືນເມືອປະເທດ, ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມ, ກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top