• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນ ຕີຈິ້ງດີງຢຸງ ຕ້ອນຮັບນາຍົກລັດຖະມົນຕີອຳນາດການປົກຄອງ Bashkortostan


ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ 
​ໃຫ້ການ​ຕ້ອນຮັບ​ທ່ານ R.Kh.Mardanov
(ພາບ: baochinhphu.vn)


      ຕອນ​ບ່າຍ​ວັນ​ທີ 10/01 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ໃຫ້ການ​ຕ້ອນຮັບ​ທ່ານ R.Kh.Mardanov ນາຍົກລັດຖະມົນຕີ ອຳນາດການ​ປົກຄອງ ສາທາລະນະ​ລັດ Bashkortostan (ສະຫະພັນ ລັດ​ເຊຍ) ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ຍູ​້​ແຮງ​ການ​ຮ່ວມ​ມື​ກັບ ສະຫະພັນ ລັດ​ເຊຍ ​ໃນ​ທຸກ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ​ການປ້ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ - ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ…​ທ່ານ​ຮອງນາຍົກລັດຖະມົນຕີ ຢືນຢັນ​ວ່າ: ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີວິ​ສາ​ຫະກິດ​ຂອງ ສ. Bashkortostan ​ເຄື່ອນ​ໄຫວ​ລົງທຶນ​ເປັນ​ປົກກະຕິ, ຍາວ​ນານ​ຢູ່ ຫວຽດນາມ.
        ສ່ວນ​ທ່ານ R.Kh.Mardanov ນາຍົກລັດຖະມົນຕີອຳນາດການ​ປົກຄອງ ສ. Bashkortostan (ສະຫະພັນ ລັດ​ເຊຍ) ຢືນຢັນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ເຕີ່​ມ, ປະກອບສ່ວນ​ເຂົ້າ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ 2 ຝ່າຍ ​ໃນ​ການ​ພັດທະນາ​ຂົງ​ເຂດ​ຮ່ວມ​ມື​ຕ່າງໆ. ທ່ານ R.Kh.Mardanov ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະ​ນະ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ແຂວງ ບ່າ​ເຣຍ - ວູງ​ເຕົາ ​ໃນ​ນັ້ນ ​ໄດ້ລົງ​ນາມ​ໃນ​ບົດ​ບັນທຶກ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top