ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນບ່າຍວັນທີ 4 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ມີການພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima, ເຈລະຈາກັບ ທ່ານຮອງປະທານສະພາສູງ ຍີ່ປຸ່ນ Gunji Akira ແລະ ຢ້ຽມຢາມສະພາຕ່ຳ, ສະພາສູງ ຍີ່ປຸ່ນ.

ທ່ານທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima
ທີ່ການພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima ໃນເດືອນ 5 ຜ່ານມາ. ການຢ້ຽມຢາມ ສວມບົດບາດສຳຄັນໃນການປະກອບສ່ວນສ້າງການພົວພັນຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ທ່ານປະທານສະພາຕ່ຳ ຍີ່ປຸ່ນ ປາດຖະຫນາຢາກນ້ຳໃຈມິດຕະພາບສອງປະເທດ ເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ຍີ່ປຸ່ນ ຈະພັດທະນາກວ່າອີກ.
ທີ່ການເຈລະຈາກັບທ່ານຮອງປະທານສະພາສູງ ຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະແດງຄວາມປະຕິຊົມຊື່ນຕໍ່ການພົວພັນອັນດີງາມລະຫວ່າງສອງປະເທດພວມພັດທະນາອັນດີງາມ. ສ່ວນທ່ານຮອງປະທານສະພາສູງ ຍີ່ປຸ່ນ Gunji Akira ປາດຖະຫນາດຢາກໃຫ້ສະພາແຫ່ງຊາດຫວຽດນາມ, ສະພາສູງ ຍີ່ປຸ່ນ, ສະມາຊິກລັດຖະສະພາສອງປະເທດ ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນມຸ່ງໄປເຖິງການສະເຫລີມສະຫລອງ 45 ປີແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຊື່ງຈະຖືກຈັດຂຶ້ນໃນປີ 2018.

(ແຫຼ່ງຄັດຈາກ VOV)