• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດບຸ່ຍແທັງເຊີນໂອ້ລົມທາງໂທລະສັບກັບ ລັດຖະມົນຕີການຕ່າງປະເທດນິວຊີແລນ

ລັດຖະມົນຕີ 2 ທ່ານລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງໄດ້ຮັບການສ້າງຕັ້ງໃນເດືອນ ກໍລະກົດ 2020 ລະຫວ່າງ 2 ປະເທດທີ່ນັບມື້ນັບພັດທະນາຢ່າງມີປະສິດທິຜົນ.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ.(ພາບ: TTXVN)

ວັນທີ 08 ຕຸລາ, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ນິວຊີແລນ Nanaia Mahuta ເພື່ອປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມືໃນເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສົມທົບກັນ, ກະກຽມໃຫ້ແກ່ສັບປະດາຂັ້ນສູງ APEC 2021 (08 - 12 ພະຈິກ 2021), ກໍຄືຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ.

        ທີ່ການໂອ້ລົມ, ລັດຖະມົນຕີ 2 ທ່ານລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງໄດ້ຮັບການສ້າງຕັ້ງໃນເດືອນ ກໍລະກົດ 2020 ລະຫວ່າງ 2 ປະເທດທີ່ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ເລິກເຊິ່ງກວ້າງຂວາງ. ລັດຖະມົນຕີ 2 ທ່ານກໍ່ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນກົນໄກຮ່ວມມືຫຼາຍຝ່າຍ ເຊິ່ງ 2 ປະເທດພ້ອມກັນເປັນສະມາຊິກ, ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ນະໂຍບາຍໃນບັນດາຂົງເຂດເຊິ່ງ 2 ປະເທດມີທ່າແຮງຄື: ການສຶກສາບຳລຸງສ້າງ, ກະສິກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ນິວຊີແລນ ໃຫ້ຍິ່ງໆຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top