• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມ G7 ທາງອອນລາຍ

      ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ ນີ້ຈະແມ່ນກາລະໂອກາດເພື່ອໃຫ້ທ່ານ Biden ປຶກສາຫາລືກ່ຽວກັບບັນດາແຜນການຮັບມືກັບໂລກລະບາດໂຄວິດ-19 ແລະ ສ້າງໂຄງປະກອບເສດຖະກິດໂລກຄືນໃໝ່ ເຊິ່ງພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂຄວິດ-19. 
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ:AFP/TTXVN)
      ວັນທີ 14 ກຸມພາ, ທຳນຽບຂາວໄດ້ປະກາດວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຂົ້າຮ່ວມກອງປະຊຸມທາງອອນລາຍກັບການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7), ຄາດວ່າ ຈະດຳເນີນໃນວັນທີ 20 ກຸມພາ ຈະມາເຖິງ ດ້ວຍໂຄງການດຳເນີນງານທີ່ສຸມໃສ່ບັນຫາໂລກລະບາດໂຄວິດ-19, ເສດຖະກິດໂລກ…ນີ້ແມ່ນກອງປະຊຸມສຸດຍອດ G7 ຄັ້ງທຳອິດຂອງການນຳ 7 ປະເທດທີ່ມີພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກນັບແຕ່ເດືອນ ເມສາ 2020 ເປັນຕົ້ນມາ. ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ ນີ້ຈະແມ່ນກາລະໂອກາດເພື່ອໃຫ້ທ່ານ Biden ປຶກສາຫາລືກ່ຽວກັບບັນດາແຜນການຮັບມືກັບໂລກລະບາດໂຄວິດ-19 ແລະ ສ້າງໂຄງປະກອບເສດຖະກິດໂລກຄືນໃໝ່ ເຊິ່ງພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂຄວິດ-19. ຕາມນັ້ນແລ້ວ, ທ່ານ Biden ຈະສຸມໃສ່ບັນດາຫົວຂໍ້ປຶກສາຫາລືຄື ວິທີການຮັບມືທົ່ວໂລກຕໍ່ການເຄື່ອນໄຫວຜະລິດ ແລະ ແຈກຢາຍວັກຊິນກັນໂຄວິດ-19, ກໍ່ຄືເລື່ອງຮັກສາບັນດາຄວາມມານະພະຍາຍາມຮ່ວມມືຕ້ານໄພນາບຂູ່ຈາກໂລກລະບາດດັ່ງກ່າວໃນປະຈຸບັນ ດ້ວຍວິທີສ້າງກຳລັງລະດັບຊາດ ແລະ ສ້າງກອງທຶນຄວາມໝັ້ນຄົງດ້ານສາທາລະນະສຸກສຳຮອງ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top