• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ສ.ເກົາຫຼີ ຫວັງວ່າ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ການຮ່ວມມືຄືນໃໝ່

      ວັນທີ 28 ກັນຍາ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ຂໍໂທດຢ່າງເປີດເຜີຍກ່ຽວກັບ ກໍລະນີພົນທະຫານ ສປປ.ເກົາຫຼີ ຍິງປຶນ ໃສ່ເຈົ້າໜ້າທີ່ ສ.ເກົາຫຼີຄົນໜຶ່ງ ເສຍຊີວິດ ຫວ່າງມໍ່ໆມານີ້ ຢູ່ໃກ້ເຂດຊາຍແດນທາງທະເລລະຫວ່າງສອງປະເທດ.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Yonhap/TTXVN) 
      ກ່າວຄຳເຫັນທີ່ການພົບປະປະຈຳອະທິດ ກັບບັນດາຜູ້ຊ່ວຍວຽກຂັ້ນສູງ, ຕໍ່ໜ້າວົງການນັກຂ່າວ, ທ່ານ Moon Jae-in ປະທານາທິບໍດີເອີ້ນນີ້ແມ່ນ ເຫດການ ທີ່ “ເປັນໜ້າເສຍດາຍ ແລະ ເສົ້າສະຫຼົດໃຈ”. ທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະຍົກສູງພັນທະປົກປ້ອງຊີວິດອິນຊີຂອງປະຊາຊົນ, ສະກັດກັ້ນບໍ່ປະໃຫ້ບັນດາເຫດການທີ່ຄ້າຍຄືກັນເກີດຂຶ້ນອີກ ແລະ ຖືຄວາມໝັ້ນຄົງ ແລະ ສັນຕິພາບແຫ່ງຊາດເປັນສຳຄັນທີ່ສຸດ.
            ທ່ານ Moon Jae-in ກໍ່ໃຫ້ຮູ້ວ່າທ່ານໄດ້ຮັບຮອງເອົາຄຳຂໍໂທດ “ທີ່ບໍ່ເຄີຍມີມາກ່ອນ, ຫາຍາກທີ່ສຸດ ແລະ ພິເສດ” ຂອງການນຳ ສປປ.ເກົາຫຼີ Kim Jong-un ພາຍຫຼັງເຫດດັ່ງກ່າວ, ທ່ານກໍ່ເນັ້ນໜັກວ່າ ການກະທຳ ທີ່ມີຄວາມໝາຍທີ່ສຸດນີ້ ສະແດງໃຫ້ເຫັນເຈດຈຳນົງຂອງການນຳ ສປປ.ເກົາຫຼີ ຢາກຫຼີກລ້ຽງການທຳລາຍການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ທ່ານປະທານາທິບໍດີ ສ.ເກົາຫຼີຫວັງວ່າ ເຫດການເສົ້າສະຫຼົດໃຈດັ່ງກ່າວຈະກາຍເປັນກາລະໂອກາດເພື່ອໃຫ້ ສ.ເກົາຫຼີ ແລະ ສປປ.ເຫຼີາຫຼີ ເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ການຮ່ວມມືຄືນໃໝ່. ທ່ານກໍ່ຢ້ຳຄືນຄຳຮຽກຮ້ອງພຽງຢາງຟື້ນຟູສາຍຕິດຕໍພົວພັນທາງການທະຫານລະຫວ່າງສອງປະເທດ.
 (ແຫຼ່ງຄັດຈາກ VOV)
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top