• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ເງະອານ

      ຕອນເຊົ້າວັນທີ 11 ມາສາ, ຢູ່ແຂວງເງະອານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີຮັບຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຮັບຮອງໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ ເປັນໂຮງໝໍຂັ້ນສຸດທ້າຍກ່ຽວກັບວິຊາສະເພາະເຕັກນິກການກວດ, ປິ່ນປົ່ວພະຍາດຢູ່ເຂດຕອນເໜືອພາກ ກາງ.
ພິທີມອບຮັບຂໍ້ຕົກລົງ
      ການມອບຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ມອບໜ້າທີ່ໃຫ້ໂຮງໝໍຂັ້ນສຸດທ້າຍກ່ຽວກັບວິຊາສະເພາະເຕັກນິກການກວດ, ປິ່ນປົ່ວພະຍາດຢູ່ເຂດຕອນເໜືອພາກ ກາງ ໃຫ້ແກ່ໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ ແມ່ນບາດກ້າວສຳຄັນເພື່ອແນໃສ່ລົງທຶນ, ຍົກລະດັບລະບົບໂຮງໝໍຂັ້ນແຂວງໃຫ້ເປັນທັນສະໄໝ ໃຫ້ກາຍເປັນຮາກຖານສາທາລະນະສຸກທີ່ມີຄຸນນະພາບສູງຢູ່ເຂດຕອນເໜືອພາກ ກາງ.
            ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ມອບເຄື່ອງຊ່ວຍລະບົບຫາຍໃຈ 2 ເຄື່ອງທີ່ມີຄຸນນະພາບສູງໃຫ້ແກ່ໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ.
            ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ເມສາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະປະຕິບັດງານຂອງສະພາແຫ່ງຊາດ ກໍ່ໄດ້ໄປວາງພວງມາລາ, ຈູດທູດໃຕ້ທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະຫວັດສາດພິເສດ ກິມລຽນ, ເມືອງນາມດ່ານ, ແຂວງ ເງະອານ. 
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top