• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ໂຮງຮຽນລະຫວ່າງຊັ້ນເລກທີ 14 ແມ່ນສັນຍະລັກຂອງນ້ຳໃຈມິດຕະພາບ ຫວຽດນາມ-ມົງໂກນ

ໃນຂອບເຂດການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ Ulan Bator, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມໂຮງຮຽນ​ລະ​ຫວ່າງ​ຊັ້ນ​ເລກ​ທີ 14 ໃສ່​ຊື່ປະທານໂຮ່ຈິມິນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງພວງມາລາຢູ່​ເຂດອະນຸສາວ​ະ​ລີປະທານ ໂຮ່ຈິມິນ ແລະ ຢ້ຽມຊົມຫ້ອງ​ມູນ​ເຊື້ອ ປະທານ ໂຮ່ຈິມິນ ພາຍໃນບໍລິເວນໂຮງຮຽນ. ກ່າວຄຳເຫັນຢູ່​ທີ່​ນີ້, ​ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເ​ໝີ້ນ ຫວັງວ່າ ບັນ​ດາຄູອາຈານຈະສືບຕໍ່​ຮໍ່າ​ຮຽນ, ​ຝຶກ​ຝົນ​ຄຸນ​ສົມ​ບັດ ແລະ ຍົກ​ສູງລະ​ດັບສະວິຊາ​ສະ​ເພາະຢ່າງບໍ່​ຢ​ຸດ​ຢັ້ງ; ​ຂະ​ຫຍັນ​ຂັນ​ເຄື່ອນ, ປະ​ດິດຄິດສ້າງໃນການປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ "ສິດສອນ ແລະ ຮ່ຳຮຽນ​” ເພື່ອ​ສ້າງ​​ແຫຼ່ງ​ບັນ​ດານ​ໃຈ, ຄວາມຮັກຊາດໃຫ້​ແກ​່ນັກຮຽນ, ເຊິ່ງ​ແມ່ນຄົນລຸ້ນ​ອະ​ນາ​ຄົດຂອງ ມົງໂກນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເ​ໝີ້ນ ມອບຈຳ​ນວນເງິນ 10.000 USD ສະ​ໜັບ​ສະ​ໜູນ​ໂຮງ​ຮຽນ​ຊື້​ເຄື່ອງ​ອຸ​ປະ​ກອນ​ສິດ​ສອນເພື່ອ ກະກຽມ​ໃຫ້​ສົກ​ຮຽນ 2026-2027.
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນ​ລະ​ຍາ​ໄປ​ຢ້ຽມ​ຢ​າມ ໂຮງຮຽນລະຫວ່າງຊັ້ນເລກທີ 14 ​(ພາບ: VNA)  

ໃນຂອບເຂດການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ Ulan Bator, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມໂຮງຮຽນ​ລະ​ຫວ່າງ​ຊັ້ນ​ເລກ​ທີ 14 ໃສ່​ຊື່ປະທານໂຮ່ຈິມິນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ວາງພວງມາລາຢູ່​ເຂດອະນຸສາວ​ະ​ລີປະທານ ໂຮ່ຈິມິນ ແລະ ຢ້ຽມຊົມຫ້ອງ​ມູນ​ເຊື້ອ ປະທານ ໂຮ່ຈິມິນ ພາຍໃນບໍລິເວນໂຮງຮຽນ.

ກ່າວຄຳເຫັນຢູ່​ທີ່​ນີ້, ​ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເ​ໝີ້ນ ຫວັງວ່າ ບັນ​ດາຄູອາຈານຈະສືບຕໍ່​ຮໍ່າ​ຮຽນ, ​ຝຶກ​ຝົນ​ຄຸນ​ສົມ​ບັດ ແລະ ຍົກ​ສູງລະ​ດັບສະວິຊາ​ສະ​ເພາະຢ່າງບໍ່​ຢ​ຸດ​ຢັ້ງ; ​ຂະ​ຫຍັນ​ຂັນ​ເຄື່ອນ, ປະ​ດິດຄິດສ້າງໃນການປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ "ສິດສອນ ແລະ ຮ່ຳຮຽນ​” ເພື່ອ​ສ້າງ​​ແຫຼ່ງ​ບັນ​ດານ​ໃຈ, ຄວາມຮັກຊາດໃຫ້​ແກ​່ນັກຮຽນ, ເຊິ່ງ​ແມ່ນຄົນລຸ້ນ​ອະ​ນາ​ຄົດຂອງ ມົງໂກນ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເ​ໝີ້ນ ມອບຈຳ​ນວນເງິນ 10.000 USD ສະ​ໜັບ​ສະ​ໜູນ​ໂຮງ​ຮຽນ​ຊື້​ເຄື່ອງ​ອຸ​ປະ​ກອນ​ສິດ​ສອນເພື່ອ ກະກຽມ​ໃຫ້​ສົກ​ຮຽນ 2026-2027.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ. (ພາບ: VNA)

ຕອນບ່າຍວັນທີ 09 ກັນຍາ, ທີ່ນະຄອນຫຼວງ Ulan Bator, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ປະ​ຊາ​ຄົມຊາວ ຫວຽດນາມ ອາ​ໄສ​ຢູ່ ມົງໂກນ. ໂດຍຕາງໜ້າໃຫ້ບັນດາການນຳພັກ ແລະ ລັດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເ​ໝີ້ນ ​ໃຫ້​ຮູ້ວ​່າ ບັນດາຂໍ້ສະເໜີແນະ, ຄວາມຫຍຸ້ງຍາກຂອງພໍ່​ແມ່​ປະ​ຊາ​ຊົນຈະໄດ້ຮັບການຄົ້ນຄວ້າ ແລະ ພິຈາລະນາໂດຍ ອົງການ​ທີ່​ກ່ຽວ​ຂ​້ອງຢູ່ພາຍໃນ​ປະ​ເທດ ສົມ​ທົບ​ກັບສະຖານທູດ ​ຄົ້ນ​ຄວ້າ, ຊອກຫາວິທີແກ້ໄຂທີ່ເໝາະສົມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ກໍ​ຄ​ື ​ໜູນ​ຊ່ວຍ​ປະ​ຊາ​ຄົມຊາວ ຫວຽດນາມ ອາ​ໄສຢູ່ ມົງໂກນ ໃຫ້ດີຂຶ້ນກວ່າເກົ່າ.

 

 

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top