• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ AMMW

-ວັນທີ 25 ຕຸລາ, ທີ່ສໍານັກງານສະພາແຫ່ງຊາດຫວຽດນາມ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕ້ອນຮັບບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຍິງ ອາຊຽນ (AMMW) ຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນຢູ່ຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ ບັນດາໝາກຜົນຂອງກອງປະຊຸມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງບັນດານະໂຍບາຍຂອງບັນດາປະເທດໃນອາຊຽນ ທີ່ກ່ຽວຂ້ອງເຖິງການຊຸກຍູ້, ຮັບປະກັນການໜູນຊ່ວຍຊີວິດສັງຄົມ ສໍາລັບແມ່ຍິງ, ເດັກຍິງ ມຸ່ງໄປເຖິງການປະຕິບັດວິໄສທັດ ອາຊຽນ ຮອດປີ 2025 ກ່ຽວກັບປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030. ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ອາຊຽນ ໃນບັນຫາດັ່ງກ່າວ ເພື່ອພ້ອມກັນແບ່ງປັນບົດຮຽນ ແລະ ພັດທະນາ.

        ເນື່ອງໃນໂອກາດ ກອງປະຊຸມ AMMW ໄດ້ດໍາເນີນຢູ່ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ບັນດາລັດຖະມົນຕີທີ່ຮັບຜິດຊອບບັນດາບັນຫາກ່ຽວກັບແມ່ຍິງຂອງ ອາຊຽນ ຈົ່ງສືບຕໍ່ຊຸກຍູ້ການປະຕິບັດກົດໝາຍ, ນະໂຍບາຍລະດັບຊາດ ແລະ ສົມທົບລະຫວ່າງບັນດາປະເທດສະມາຊິກ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ; ຮັບປະກັນກາລະໂອກາດໄດ້ຊົມໃຊ້ຄວາມສະເໝີພາບໃນການສຶກສາ, ການເຮັດວຽກ ແລະໄດ້ຊົມໃຊ້ການໜູນຊ່ວຍຊີວິດສັງຄົມ ເພື່ອມຸ່ງໄປເຖິງການປະຕິບັດບັນດາເປ້ົ້າໝາຍລວມຂອງ ປະຊາຄົມ ອາຊຽນ ປີ 2025 ແລະ ໂຄງການດໍາເນີນງານຮອດປີ 2030 ຂອງ ສປຊ.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top