• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາສູງໄຮຕີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ວັນທີ 17 ມິຖຸນາ, ຄະນະຜູ້ແທນຂັ້ນສູງສະພາສູງ ສາທາລະນະລັດ ໄຮຕີ ໂດຍທ່ານ Youri Latortue ປະທານສະພາສູງ ນຳຫນ້າ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. 

 ຮອງປະທານກຳມາທິການການຕ່າງປະເທດຫວຽດນາມ ຫງວຽນແມ້ງຕຽນ ຕ້ອນຮັບປະທານ  
 ສະພາສູງ ໄຮຕີYouri Latortue ຢູ່ ສະຫນາມບິນ
      ການຢ້ຽມຢາມແມ່ນດຳເນີນແຕ່ວັນທີ 17 -22 ມິຖຸນາ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ນີ້ແມ່ນຄັ້ງທຳອິດ ສະພາສູງ ໄຮຕີ ສົ່ງຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມຫວຽດນາມ ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນສອງຝ່າຍເປັນຄັ້ງທຳອິດລະຫວ່າງອົງການສ້າງກົດໝາຍຂອງສອງປະເທດ, ເພື່ອແນໃສ່ສ້າງ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະ ແລກປ່ຽນກັບສະພາແຫ່ງຊາດຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top